ສານອວຍພອນຮອງນາຍົກລັດຖະມົນຕີລາວ

ສານອວຍພອນຮອງນາຍົກລັດຖະມົນຕີລາວ - ảnh 1
ທ່ານ ພັນ​ຄຳ​ ວິ​ພາວັນ
ພາບ:moe.gov.la


(vovworld)- ​​ ວັນ​ທີ 16/7/2014, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ສົ່ງ​ສານ​ອວຍພອນ​​​ໄປ​ຍັງ​ທ່າ​ຮອງ​ນາຍົກລັດຖະມົນຕີ ສປປ ລາວ ​ບຸນ​ປອນ ບຸດ​ຕະນະ​ວົງ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ ຫວູດືກດາມ ກໍ່​ໄດ້​ສົ່ງ​ສານ​ອວຍພອນ​ເຖິງທ່ານ ພັນ​ຄຳ​ ວິ​ພາວັນ  ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນລັດຖະມົນຕີ​ກະຊວງ​ສຶກສາທິກາ - ກິລາ ສປປ ລາວ ​​ເນື່ອງ​ໃນ​ໂອກາດ​ສອງ​ທ່ານ​​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ດຳລົງ​ຕຳ​ແຫນ່​ງ​ເປັນ​ຮອງ​ນາຍົກລັດຖະມົນຕີ ສປປ ລາວ.

ສານອວຍພອນຮອງນາຍົກລັດຖະມົນຕີລາວ - ảnh 2
ທ່ານບຸນ​ປອນ ບຸດ​ຕະນະ​ວົງ
ພາບ:moe.gov.la

        ​ໃນ​ສານ​ອວຍພອນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດືກດາມ ​ເນັ້ນ​ຫນັກ​ວ່າ: ​ເລື່ອງ 2 ສະຫາຍ ບຸນ​ປອນ ບຸດ​ຕະນະ​ວົງ ​ແລະ ສະຫາຍ ພັນ​ຄຳ ວິພາ​ວັນ ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ດຳລົງ​ຕຳ​ແຫນ່​ງ​ເປັນ​ຮອງ​ນາຍົກລັດຖະມົນຕີ ລາວ ​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ວາງ​ໃຈ ​ແລະ ຕີ​ລາ​ຄາ​ສູງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ລາວ ທີ່​ມີ​ຕໍ່ສອງ​ສະຫາຍ; ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ໃນ​ຖານະ​ຕຳແຫນ່ງໃຫມ່, ສະຫາຍ ບຸນ​ປອນ ບຸດ​ຕະນະ​ວົງ ​ແລະ ສະຫາຍ ພັນ​ຄຳ ວິພາ​ວັນ ຈະ​ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ກວ່າ ​ເຂົ້າໃນພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ລາວ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ, ພ້ອມ​ທັງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເພີ່ມ​ພູ​ນຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ ​ແລະ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ