ສຳນັກຂ່າວສານຕ່າງປະເທດຫຼາຍແຫ່ງໄດ້ໃຫ້ຂ່າວກ່ຽວກັບການເລືອກຕັ້ງຢູ່ຫວຽດນາມ

ສຳນັກຂ່າວສານຕ່າງປະເທດຫຼາຍແຫ່ງໄດ້ໃຫ້ຂ່າວກ່ຽວກັບການເລືອກຕັ້ງຢູ່ຫວຽດນາມ - ảnh 1
ທະຫານ ແລະ ປະຊາຊົນຢູ່ ເຈື່ອງຊາ ໄປປ່ອນບັດເລືອກຕັ້ງ

(vovworld) –  ວັນ​ທີ 22/5, ສຳນັກ​ຂ່າວສານ​ຕ່າງປະ​ເທດ​ຫຼາຍ​ແຫ່ງ​ສືບ​ຕໍ່​ໃຫ້​ຂ່າວ ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ສະມາຊິ​ກສະພາ​ແຫ່ງ​ຊາດ (ສສຊ) ຊຸດ​ທີ 14 ​ແລະ ສະມາຊິກ​ສະ​ພາ​ປະຊາຊົນອາຍຸ​ການ 2016 – 2021 ຢູ່ ຫວຽດນາມ. ສຳ​ນັກ​ຂ່າວສານ Prensa Latina ຂອງ ກູ​ບາ ​ເນັ້ນ​ໜັກ​ວ່າ: ປະຊາຊົນ ຫວຽດນາມ ​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ບັນຍາກາດ​ ພາກ​ພູມ​ໃຈ, ​ເບີກບານ​ມ່ວນ​ຊື່ນ. ຕາມ Prensa Latina ​ແລ້ວ, ບັນດາ​ການ​ນຳ​ພັກ ​ແລະ ລັດ ຫວຽດນາມ ​ແມ່ນ​ບັນດາ​ຜູ້​ທຳ​ອິດ​ປະຕິບັດ​ສິດ​ເລືອກ​ຕັ້ງ​ຢ່າງ​ເຂັ້ມ​ງວດ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສຳນັກ​ຂ່າວສານ Reuters ຂອງ​ອັງກິດ ກໍ່​ໃຫ້​ຮູ້​ວ່າ: ຜູ້​ມີ​ສິດ​ເລືອກ​ຕັ້ງ​ປະມານ 69 ລ້ານ​ຄົນ​ຂອງ ຫວຽດນາມ ຈະ​ໄປ​ປ່ອນ​ບັດ​​ເພື່ອ​ເລືອ​ກຕັ້ງ​ບັນດາ​ຜູ້ຕາງໜ້າ​ຂອງ​ຕົນ​ໃນ​ສະພາ​ແຫ່ງ​ຊາດ​ລວມມີສະມາຊິກ 500 ທ່ານ. ສຳນັກ​ຂ່າວສານ​ນີ້​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ ຫງວຽນ​ແຫ້ງ​ຟຸກ, ​​ເລຂາ​ທິການ​ໃຫຍ່ ສະພາ​ແຫ່ງ​ຊາດ ​ໂດຍຢັ້ງຢືນ​ວ່າ: ຜູ້​​ສະໝັກ​ຮັບ​ເລືອກ​ຕັ້ງທັງ​ໝົດ 870 ທ່ານ​ນັ້ນ​ລ້ວນ​ແຕ່​ມີ​ຄວາມ​ສະ​ເໝີ​ພາບ, ນັບ​ທັງ​ບັນດາ​ຜູ້​​ສະໝັກ​ຮັບ​ເລືອກ​ຕັ້ງ​ບໍ່​ແມ່ນສະມາຊິກ​ພັກ ​ແລະ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເອງ. ນອກ​ຈາກນັ້ນ, ບັນດາ​ສຳນັກ​ຂ່າວສານ​ໃຫຍ່​ຂອງ ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ ​ແລະ ຈີນ, ​ໄທ, ຄື AP, ABC News, ຊິນ​ຮວາ ກໍ່​ລ້ວນ​ແຕ່​ໃຫ້​ຂ່າວ​ເປັນ​ຈຳນວນ​ຫຼາຍ​ກ່ຽວ​ກັບ​ເຫດການ​ສຳຄັນ​ຍິ່ງ​ນີ້ໃນ​ຊີວິດ​ດ້ານການ​ເມືອງ​​ຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ