ສ.ເກົາຫຼີ ມອບຫ້ອງຄອມພິວເຕີໃຫ້ແກ່ນັກຮຽນ ຮ່າໂນ້ຍ

(VOVWORLD) -ນີ້ແມ່ນໂຄງການຊ່ວຍເຫຼືອຂອງບໍລິສັດປະກັນໄພ ເຊີອຸນ ສ.ເກົາຫຼີ ຜ່ານອົງການ GCS ສ.ເກົາຫຼີ ປະຈຳ ຫວຽດນາມ ມອບໃຫ້ ດ້ວຍຄວາມປາດຖະໜາປັບປຸງເງື່ອນໄຂການຮ່ຳຮຽນໃຫ້ແກ່ນັກຮຽນ ຫວຽດນາມ.
ສ.ເກົາຫຼີ ມອບຫ້ອງຄອມພິວເຕີໃຫ້ແກ່ນັກຮຽນ ຮ່າໂນ້ຍ - ảnh 1ທີ່ພິທີມອບໂຮງຮຽນມັດທະຍົມຕອນຕົ້ນ ລຽນເຈົາ
(ພາບ: TTXVN)

ເພື່ອສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ວັນທີ 20 ມັງກອນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ ໄດ້ສົມທົບກັບອົງການ Global Civic Sharing (GCS) ສ.ເກົາຫຼີ ປະຈຳ ຫວຽດນາມ ໄດ້ຈັດພິທີມອບຫ້ອງຄອມພິວເຕີທັນສະໄໝ, ຄົບຊຸດທີ່ມີມູນຄ່າ 550 ລ້ານດົ່ງ ໃຫ້ໂຮງຮຽນມັດທະຍົມຕອນຕົ້ນ ລຽນເຈົາ (ເມືອງ ແທັງອວາຍ). ນີ້ແມ່ນໂຄງການຊ່ວຍເຫຼືອຂອງບໍລິສັດປະກັນໄພ ເຊີອຸນ ສ.ເກົາຫຼີ ຜ່ານອົງການ GCS ສ.ເກົາຫຼີ ປະຈຳ ຫວຽດນາມ ມອບໃຫ້ ດ້ວຍຄວາມປາດຖະໜາປັບປຸງເງື່ອນໄຂການຮ່ຳຮຽນໃຫ້ແກ່ນັກຮຽນ ຫວຽດນາມ.

        ທ່ານ Choi Eui Gyo, ຫົວໜ້າຜູ້ຕາງໜ້າອົງການ GCS ສ.ເກົາຫຼີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ມີວິສາຫະກິດຂະໜາດກາງ ແລະ ນ້ອຍຢູ່ ສ.ເກົາຫຼີ ຫຼາຍແຫ່ງ ມີຄວາມສົນໃຈ ແລະ ຢາກສະໜັບສະໜູນ, ຊ່ວຍເຫຼືອປະຊາຊົນ ຫວຽດນາມ. ໃນປີ 2022, ຜ່ານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ, ອົງການ GCS ສ.ເກົາຫຼີ ປະຈຳ ຫວຽດນາມ ຈະສືບຕໍ່ມອບຫ້ອງຄອມພິວເຕີ 2 ຫ້ອງ ແລະ ຫໍສະມຸດ 2 ແຫ່ງ ທີ່ມີມູນຄ່າ 1,8 ຕື້ດົ່ງໃຫ້ບາງໂຮງຮຽນຢູ່ເມືອງ ມີ້ດຶກ ແລະ ເທດສະບານ ເຊີນໄຕ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ