ສ.ເກົາຫຼີ ຢັ້ງຢືນ ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່

(VOVWORLD) - ກ່າວຄຳເຫັນເມື່ອຕ້ອນຮັບທ່ານ ຫງວຽນຫວູຕຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ສ.ເກົາຫຼີ ເຂົ້າຢ້ຽມຂ່ຳນັບໃນຕອນບ່າຍວັນທີ 22 ຕຸລາ ຢູ່ສຳນັກງານສະພາແຫ່ງຊາດ ສ.ເກົາຫຼີ ທີ່ນະຄອນຫລວງ ເຊີອູນ,

ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມຂອງ ສ.ເກົາຫຼີ ໃນນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່.

ສ.ເກົາຫຼີ ຢັ້ງຢືນ ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ - ảnh 1 ທີ່ການຕ້ອນຮັບ (ພາບ: TTXVN)

        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນຫວູຕຸ່ງ ໄດ້ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ, ເປັນຕົ້ນແມ່ນໃນສະພາບທີ່ ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ ແລະ ສ.ເກົາຫຼີ ຕັ້ງໜ້າຜັນຂະຫຍາຍນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຢ່າງແຮງ. ທ່ານ ຫງວຽນຫວູຕຸ່ງ ໄດ້ສະແດງຄວາມຂອບໃຈ ແລະ ປາດຖະໜາວ່າ ຝ່າຍ ສ.ເກົາຫຼີ ຈະສືບຕໍ່ເອົາໃຈໃສ່, ຊ່ວຍເຫຼືອປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ອອກແຮງງານ, ຮ່ຳຮຽນຢູ່ ສ.ເກົາຫຼີ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ສ.ເກົາຫຼີ ໃຫ້ພັດທະນາດີງາມກ່ວາອີກ ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (22/12/1992 – 22/12/2020).

ຕອບກັບ

ຂ່າວ/ບົດ​ອື່ນ