ສ.ເກົາຫຼີ ເປີດກວ້າງ FTA ກັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຫາ​ກໍ​ພົ້ນ​ເດັ່ນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ​ ອາ​ເມ​ລິ​ກາ ລາ​ຕິງ

(VOVWORLD) -ຄາດວ່າ ສ.ເກົາຫຼີ ຈະລົງນາມໃນສົນທິສັນຍາ FTA ກັບ ກຳປູເຈຍ ຢ່າງເປັນທາງການໃນເດືອນຕຸລາຈະມາເຖິງນີ້. ສົນທິສັນຍາ FTA ໄດ້ຮັບຖືວ່າ ຈະຊ່ວຍໃຫ້ບັນດາບໍລິສັດ ສ.ເກົາຫຼີ ຫັນລະບົບການຜະລິດຂອງຕົນເປັນຫຼາຍຮູບຫຼາຍແບບໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ສ.ເກົາຫຼີ ເປີດກວ້າງ FTA ກັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຫາ​ກໍ​ພົ້ນ​ເດັ່ນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ​ ອາ​ເມ​ລິ​ກາ ລາ​ຕິງ - ảnh 1ຕູ້ຄອນເທັນເນີ ຢູ່ທ່າກ່ຳປັ່ນ Busan (ພາບ: Yonhap News)

ວັນທີ 14 ກັນຍາ, ກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ສ.ເກົາຫຼີ ໄດ້ແຈ້ງໃຫ້ຮັບຊາບກ່ຽວກັບແຜນການດຳເນີນງານ ຫຼື ເລີ່ມດຳເນີນການເຈລະຈາສົນທິສັນຍາການຄ້າເສລີ (FTA) ຄັ້ງຕ່າງໆກັບຄູ່ຮ່ວມມືການຄ້າຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາເມລິກາ ລາຕິນ ໃນປີນີ້.

        ຕາມນັ້ນແລ້ວ, ຄາດວ່າ ສ.ເກົາຫຼີ ຈະລົງນາມໃນສົນທິສັນຍາ FTA ກັບ ກຳປູເຈຍ ຢ່າງເປັນທາງການໃນເດືອນຕຸລາຈະມາເຖິງນີ້. ສົນທິສັນຍາ FTA ໄດ້ຮັບຖືວ່າ ຈະຊ່ວຍໃຫ້ບັນດາບໍລິສັດ ສ.ເກົາຫຼີ ຫັນລະບົບການຜະລິດຂອງຕົນເປັນຫຼາຍຮູບຫຼາຍແບບໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

        ໄປຄຽງຄູ່ກັນນັ້ນ, ສ.ເກົາຫຼີ ພວມລຳຖ້າ ສະພາແຫ່ງຊາດ ອິນໂດເນເຊຍ ຮັບຮອງເອົາສົນທິສັນຍາ FTA ລະຫວ່າງສອງປະເທດ. ກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ສ.ເກົາຫຼີ ກໍສະແດງຄວາມຫວັງວ່າ ການເຈລະຈາຄັ້ງຕ່າງໆທີ່ພວມດຳເນີນກັບ ຟີລິບປິນ ຈະນຳມາເຊິ່ງໝາກຜົນຕັ້ງໜ້າ.

        ນອກຈາກບັນດາສົນທິສັນຍາ FTA ສອງຝ່າຍແລ້ວ, ສ.ເກົາຫຼີ ພວມລໍຖ້າສົນທິສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ກັບບັນດາຄູ່ຮ່ວມມືເອີຣົບ, ເຊິ່ງຄາດວ່າຈະໄດ້ຮັບການໃຫ້ສັດຕະຍາບັນໃນເດືອນ ຕຸລາ ຈະມາເຖິງ ກ່ອນທີ່ຈະມີຜົນສັກສິນໃນເດືອນ ມັງກອນ 2022. ສ.ເກົາຫຼີ ກໍພວມຢູ່ໃນວິວັດການເຈລະຈາ ກັບ ສະຫະພາບ ປາຊີຟິກ (AP) ຢູ່ ອາເມລິກາ ລາຕິນ (ລວມມີ 4 ປະເທດ ຈີເລ, ໂກລົມເບຍ, ເປຣູ ແລະ ເມັກຊີໂກ). ສ.ເກົາຫຼີ ກໍພວມເຈລະຈາກັບ MERCOSUR, ລວມມີ ບຣາຊິນ, ອາກຊັງຕິນ, ປາຣາກວາຍ ແລະ ອູຣູກວາຍ.

ຕອບກັບ

ຂ່າວ/ບົດ​ອື່ນ