ສ.ເກົາຫຼີ ແ​ລະ ສ​ປ​ປ.ເກົາຫຼີ​ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ຈັດ​ການ​ແຂ່ງ​ຂັນ​ຮອບ​ຄັດ​ເລືອກ World Cup 2022

(VOVWORLD) -ກ່ຽວຂ້ອງເຖິງການແຂ່ງຂັນຮອບຄັດເລືອກລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນຂອບເຂດງານແຂ່ງຂັນກິລາບານເຕະໂລກ World Cup Qatar 2022, ຊື່ງຄາດວ່າຈະດຳເນີນຢູ່ພຽງຢາງ ໃນເດືອນໜ້າ,  ວັນທີ 2 ກັນຍາ, ກະຊວງທ້ອນໂຮມຊາດ ສ.ເກົາຫຼີ ໃຫ້ຮູ້ວ່າ....
ສ.ເກົາຫຼີ ແ​ລະ ສ​ປ​ປ.ເກົາຫຼີ​ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ຈັດ​ການ​ແຂ່ງ​ຂັນ​ຮອບ​ຄັດ​ເລືອກ World Cup 2022 - ảnh 1

ທ່ານ Lee Sang-min ໂຄສົກກະຊວງທ້ອນໂຮມຊາດ ສ.ເກົາຫຼີ ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ເຊີອູນ ວັນທີ 8/5/2019

ພາບ: Yonhap/TTXVN

    ທາງກະຊວງໄດ້ສົ່ງຂ່າວໄປຍັງ ສປປ.ເກົາຫຼີ ກ່ຽວກັບການກະກຽມໃຫ້ແກ່ນັດແຂ່ງຂັນດັ່ງກ່າວແລ້ວ ແລະ ພວມລໍຖ້າຄຳຕອບຈາກປະເທດນີ້. ກ່າວຄຳເຫັນທີ່ການປະຊຸມຂ່າວນັດສາມັນ, ທ່ານ Lee Sang-min ໂຄສົກກະຊວງທ້ອນໂຮມຊາດ ສ.ເກົາຫຼີ ໃຫ້ຮູ້ວ່າ: ສະຫະພັນບານເຕະ ສ.ເກົາຫຼີ ພວມປຶກສາຫາລືກັບ ສປປ.ເກົາຫຼີ ຜ່ານສະຫະພັນບານເຕ້ອາຊີ (AFC) ກ່ຽວກັບການກະກຽມໃຫ້ແກ່ນັດແຂ່ງຂັນຄື: ບັນຊີລາຍຊື່ນັກກິລາ, ການຖ່າຍຖອດສົດ…

   ຖ້ານຫາກວ່ານັດແຂ່ງຂັນດັ່ງກ່າວຖືກຈັດຂຶ້ນຢູ່ນະຄອນຫຼວງພຽງຢາງ ໃນວັນທີ 15 ຕຸລາຈະມາເຖິງ, ນີ້ຈະແມ່ນຄັ້ງທຳອິດທີ່ບັນດານັກກິລາ ສ.ເກົາຫຼີ ຈະໄດ້ດຳເນີນການແຂ່ງຂັນໃນ 29 ປີຜ່ານມາ ນັບແຕ່ການແຂ່ງຂັນໃນຂອບເຂດງານແຂ່ງຂັນກິລາເຕະບານເອກະພາບລະຫວ່າງເກົາຫຼີ ຈັດຂື້ນເມື່ອວັນທີ 11 ຕຸລາ ປີ 1990./.


ຕອບກັບ

ຂ່າວ/ບົດ​ອື່ນ