ສ.ເກົາຫຼີ ແລະ ສ​ປ​ປ.ເກົາຫຼີ ​ໂອ້​ລົມ​ໂທ​ລະ​ສັບ​ໃນ​ແຕ່​ລະ​ວັນ ເພື່ອ​ຟື້ນ​ຟູ​ການ​ຕິດ​ຕໍ່​ຜ່​ານ​ໂທ​ລະ​ສັບ​ສາຍ​ດ່ວນ

(VOVWORLD) -ການໂອ້ລົມລະຫວ່າງສອງຝ່າຍຖືກດຳເນີນໃນເວລາ 9 ໂມງ ຕາມເວລາທ້ອງຖິ່ນ ແລະ ສອງຝ່າຍໄດ້ເຫັນດີຈະສືບຕໍ່ປະຕິບັດໂອ້ລົມທາງໂທລະດັບເປັນປະຈຳ.
ສ.ເກົາຫຼີ ແລະ ສ​ປ​ປ.ເກົາຫຼີ ​ໂອ້​ລົມ​ໂທ​ລະ​ສັບ​ໃນ​ແຕ່​ລະ​ວັນ ເພື່ອ​ຟື້ນ​ຟູ​ການ​ຕິດ​ຕໍ່​ຜ່​ານ​ໂທ​ລະ​ສັບ​ສາຍ​ດ່ວນ - ảnh 1ສູນຕິດຕໍ່ພົວພັນລວມ ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຢູ່ນະຄອນຊາຍແດນ Kaesong, ສປປ.ເກົາຫຼີ (ພາບ: Yonhap/TTXVN)

ວັນທີ 28 ກໍລະກົດ, ພາຍຫຼັງໜຶ່ງວັນທີ່ ພຽງຢ່າງ ຟື້ນຟູການຕິດຕໍ່ຜ່ານໂທລະສັບສາຍດ່ວນ ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຫຼັງຈາກການຢຸດຕິຊົ່ວຄາວເປັນເວລາ 13 ເດືອນ, ກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ ໃຫ້ຮູ້ວ່າ ປະເທດນີ້ ແລະ ສປປ.ເກົາຫຼີ ໄດ້ຕິດຕໍ່ຜ່ານໂທລະສັບໃນແຕ່ລະວັນ. ການໂອ້ລົມລະຫວ່າງສອງຝ່າຍຖືກດຳເນີນໃນເວລາ 9 ໂມງ ຕາມເວລາທ້ອງຖິ່ນ ແລະ ສອງຝ່າຍໄດ້ເຫັນດີຈະສືບຕໍ່ປະຕິບັດໂອ້ລົມທາງໂທລະດັບເປັນປະຈຳ.

       ທ່ານ Park Soo-hyun, ເລຂາຂັ້ນສູງກ່ຽວກັບວຽກງານສື່ມວນຊົນຂອງ ທຳນຽບປະທານາທິບໍດີ ສ.ເກົາຫຼີ ຖືວ່າ ປະເທດນີ້ ແລະ ສປປ.ເກົາຫຼີ ພວມເລີ່ມປະຕິບັດເປົ້າໝາຍສຸດທ້າຍ ນັ້ນແມ່ນ ການປອດນິວເຄຼຍ. ເຈົ້າໜ້າທີ່ທ່ານນີ້ ສະແດງຄວາມຫວັງ ກ່ຽວກັບກອງປະຊຸມສຸດຍອດຄັ້ງຕໍ່ໄປ ລະຫວ່າງທ່ານປະທານາທິບໍດີ Moon Jae –in  ແລະ ການນຳ Kim Jong – un ກ່ອນທີ່ທ່ານ Moon ສິ້ນສຸດອາຍຸການໃນເດືອນພຶດສະພາ 2022, ທ່ານຢັ້ງຢືນວ່າ ກອງປະຊຸມສຸດຍອດ ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະແມ່ນບາດກ້າວເຊື່ອມຕໍ່ໃຫ້ແກ້ວິວັດທະນາການສ້າງສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ