ສ.ເກົາຫຼີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ເຈ​ລະ​ຈາ​ກັບ ສ​ປ​ປ.ເກົາຫຼີ

(VOVWORLD) - ໃນບົດກ່າວປາໄສຢູ່ນະຄອນຫຼວງເຊີອູນ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ເນັ້ນໜັກວ່າ ການເຈລະຈາກັບ ສປປ.ເກົາຫຼີ ຍັງບໍ່ທັນສຳເລັດເທື່ອ
ສ.ເກົາຫຼີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ເຈ​ລະ​ຈາ​ກັບ ສ​ປ​ປ.ເກົາຫຼີ - ảnh 1

 ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in (ພາບ: Yonhap/TTXVN)

  ວັນທີ 25 ຕຸລາ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ປະກາດວ່າ ຈົນຮອດທ້້າຍອາຍຸການໃນເດືອນພຶດສະພາປີ 2022, ອຳນາດການປົກຄອງປະເທດນີ້ ຈະສືບຕໍ່ໄປຕາມເສັ້ນທາງສັນຕິພາບ ແລະ ວັດທະນາຖາວອນໃນແຫຼມເກົາຫຼີ ຜ່ານການເຈລະຈາ ແລະ ການພົວພັນທາງການທູດກັບ ສປປ.ເກົາຫຼີ.

   ໃນບົດກ່າວປາໄສຢູ່ນະຄອນຫຼວງເຊີອູນ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ເນັ້ນໜັກວ່າ ການເຈລະຈາກັບ ສປປ.ເກົາຫຼີ ຍັງບໍ່ທັນສຳເລັດເທື່ອ ແລະ ຢືນຢັນວ່າ ຈະພະຍາຍາມເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍໃໝ່ ໃຫ້ແກ່ພື້ນຖານສັນຕິພາບ ແລະ ວັດທະນາຖາວອນໃນແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ