ສ.ເກົາຫຼີ-ຈີນ-ຍີ່ປຸ່ນເຈລະຈາທາງການທູດຂັ້ນສູງ
ກອງປະຊຸມຂັ້ນສູງລະຫວ່າງ ສ. ເກົາຫຼີ - ຈີນ - ຍີ່ປຸ່ນ ເມື່ອເດືອນ 9/2014
(ພາບ: Kyodo/TTXVN)
|
(vovworld) – ວັນທີ 11/3, ສ. ເກົາຫຼີ, ຈີນ ແລະ ຍີ່ປຸ່ນ ຈັດຕັ້ງການເຈລະຈາຂັ້ນລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຢູ່ ເຊີອູນ, ເພື່ອສ້າງທ່າໃຫ້ແກ່ກອງປະຊຸມລັດຖະມົນຕີວ່າການກະຊວງການຕ່າງປະເທດ 3 ປະເທດ, ຄາດວ່າຈະຈັດຕັ້ງໃນທ້າຍເດືອນນີ້. ຕາມແຜນການແລ້ວ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ສ. ເກົາຫຼີ Lee Kyung soo ພ້ອມກັບ ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຈີນ ຫຼິວເຈີນໝິນ ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ ທ່ານ Shinsuke Sugiyama ຈະປຶກສາຫາລືວິທີຟື້ນຟູການຮ່ວມມື 3 ຝ່າຍໃນສະພາບການທີ່ຍັງມີບັນດາຄວາມບໍ່ລົງລອຍກັນລະຫວ່າງ 3 ປະເທດທີ່ກ່ຽວຂ້ອງເຖິງບັນຫາປະຫວັດແຫ່ງສົມຄາມ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ Lee Kyung soo ກໍ່ຄາດວ່າ ຈະມີການພົບປະສະເພາະກັບຄູ່ຕຳແໜ່ງ ຍີ່ປຸ່ນ ແລະ ຈີນ. ນີ້ແມ່ນການພົບປະຄັ້ງທຳອິດລະຫວ່າງ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ 3 ປະເທດ ນັບແຕ່ເດືອນ 9/2014 ຢູ່ ເຊີອູນ ແລະ ໄດ້ຮັບຖືວ່າ ແມ່ນບາດກ້າວກະກຽມໃຫ້ແກ່ການພົບປະ ລັດຖະມົນຕີວ່າການກະຊວງການຕ່າງປະເທດ 3 ຝ່າຍ, ຄາດວ່າ ຈະຈັດຕັ້ງໃນລະຫວ່າງວັນທີ 21 – 22/3 ຈະມາເຖິງຢູ່ ເຊີອູນ. ການພົບປະລັດຖະມົນຕີວ່າການກະຊວງການຕ່າງປະເທດ ຈະມາເຖິງແມ່ນການພົບປະຄັ້ງທຳອິດນັບແຕ່ເດືອນ 4/2012, ໄດ້ຮັບຄວາມປາດຖະໜາວ່າຈະເປີດຊ່ອງທາງໃຫ້ແກ່ກອງປະຊຸມສຸດຍອດ 3 ຝ່າຍ ເຊິ່ງຖືກໂຈະໄວ້ນັບແຕ່ປີ 2012 ມາຮອດປະຈຸບັນ.