ສ.ເກົາຫຼີຮັບຮອງເອົາບ້ວງເງິນກູ້ຢືມມີມູນຄ່າ 77 ລ້ານ USD ໃຫ້ແກ່ຫວຽດນາມ

ສ.ເກົາຫຼີຮັບຮອງເອົາບ້ວງເງິນກູ້ຢືມມີມູນຄ່າ 77 ລ້ານ USD ໃຫ້ແກ່ຫວຽດນາມ - ảnh 1
(ພາບປະກອບ)

​(vovworld) – ວັນ​ທີ 19/05, ກະຊວງ​ຍຸດ​ທະ​ສາດ ​ແລະ ການ​​ເງິນ​ສ.​ເກົາ​ຫຼີ ​ໄດ້​ຮັບຮອງ​ເອົາ​ບ້ວງ​ເງິນ​ກູ້​ຢືມທີ່​ມີ​ມູນຄ່າ 77 ລ້ານ USD ສຳລັບ​ໂຄງການ​ຍົກ​ສູງ​ລະບົບ​ຊົນລະປະທານ​ແມ່​ນ້ຳ ​ແລ່ນ (​ແຂວງ​ແທງ​ຮ໋ວາ) ​ແລະ ​ແມ່​ນ້ຳ ຮວ່າງມາຍ (​ແຂວງ​ເງະ​ອານ) ຈາກ​ແຫຼ່ງທຶນ​ຂອງ​ກອງ​ທຶນ​ຮ່ວມ​ມື​ພັດທະນາ​ເສດຖະກິດ (EDCF). ນີ​ແມ່ນ​ໂຄງການ​ມີ​ຍອດ​ຈຳນວນ​ເງິນ​ລົງທຶນ 105 ລ້ານ USD, ​ໃນ​ນັ້ນ 77 ລ້ານ USD ​ແມ່ນ​ທຶນ​ກູ້ຢືມຈາກ​ກອງ​ທຶນ EDCF ​ແລະ 28 ລ້ານ USD ​ແມ່ນ​ທຶນ​ສົມທົບ​ຈາກ​ຝ່າຍ​ຫວຽ​ດນາມ. ​ໂຄງການ​​​​ແນ​ໃ​ສ່ກໍ່ສ້າງ​ບັນດາ​ຄັນ​ຄູ, ບັນດາ​ລະບົບ​ລະບາຍ​ນ້ຳ ​ເພື່ອ​ຊ່ວຍ​ກັນ​ນ້ຳ​ເຄັມ, ​ຮັກສານຳ້ຈືດ, ຮັບປະກັນ​​ແຫຼ່ງນ້ຳ​​ຮັບ​ໃຊ້​ກະສິກຳ, ການດຳລົງ​ຊີວິດ, ລ້ຽງສັດ ​ແລະ ບັນດາ​ຂະ​ແໜງ​ເສດຖະກິດ​ອື່ນໆ​ໃນ​​ເຂດ​ໂຄງການ, ພ້ອມ​ທັງ​ຊ່ວຍ​ປັບປຸງ​ສະພາບ​ແວດ​ລ້ອມຊີ​ວະພາບ, ຮັບ​ມື​ກັບ​ສະພາບປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​​ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ.

ຂ່າວ/ບົດ​ອື່ນ