ສ.ເກົາຫຼີແລະຫວຽດນາມດຳເນີນຮອບເຈລະຈາຄັ້ງທີ5ກ່ຽວກັບFTA

ສ.ເກົາຫຼີແລະຫວຽດນາມດຳເນີນຮອບເຈລະຈາຄັ້ງທີ5ກ່ຽວກັບFTA - ảnh 1
ພາບປະກອບ

(vovworld) – ວັນ​ທີ 20/5, ບັນດາ​ເຈົ້າ​ໜ້າ​ທີ່​ການ​ຄ້າ ສ. ​ເກົາຫຼີ ​ແລະ ຫວຽດນາມ ​ໄດ້​ເລີ່​ມດຳ​ເນີນ​ຮອບ​ເຈລະຈາ​ຄັ້ງ​ທີ 5 ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ (FTA) 2 ຝ່າຍ​ຢູ່ ​ເຊີ​ອູ​ນ, ​ໃນ​ສະພາບ​ການທີ່ 2 ປະ​ເທດ​ພວມ​ມານະ​ພະຍາຍາມ​ສິ້ນ​ສຸດ​ວິວັດ​ການ​ເຈລະຈາ FTA ​ກ່ອນ​ທ້າຍ​ປີ​ນີ້. ຮອງ​ເຈລະຈາ​ທີ 5 ຈະ​ແກ່ຍາວ​ຮອດ​ວັນ​ທີ 23/5 ດ້ວຍ​ເລື່ອງ 2 ຝ່າຍ​ສຸມ​ໃສ່​ດຳ​ເນີນ​ການ​ປຶ​ກສາ​ຫາລື​ເລິກ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ຄື: ການ​ຄ້າ, ບໍລິການ, ການ​ລົງທຶນ, ​ແຫຼ່ງຜະລິດ​ສິນຄ້າ, ລະບຽບ​ການ​ພາສີ ​ແລະ ການ​ຮ່ວມ​ມື. ​ແຈ້ງ​ການ​ຂອງ​ກະຊວງການ​ຄ້າ, ​ອຸດສາຫະກຳ ​ແລະ ພະລັງງານ ສ. ​ເກົາຫຼີ ​ໃຫ້​ຮູ້​ວ່າ: ​ເມື່ອ FTA ສ. ​ເກົາຫຼີ ​ແລະ ຫວຽດນາມ ​ໄດ້​ຮັບ​ການ​ລົງ​ນາມ​ຈະ​ເປີດ​ກາລະ​ໂອກາດ​ເພື່ອ​ເພີ່ມ​ທະວີ​ບັນດາ​ສາຍ​ພົວພັນ​ທາງ​ດ້ານ​​ເສດຖະກິດ ​ແລະ ການ​ຄ້າ 2 ຝ່າຍ​ກ່ວາ​ອີກ ຜ່ານ​ນັ້ນ​ອະນຸຍາດ​ໃຫ້​ຫັນຕະຫຼາດ​ການ​ຄ້າ ​ແລະ ການ​ລົງທຶນ​​ເປັນ​ເສລີ​ກ່ວາເມື່ອ​ທຽບ​ໃສ່ FTA ລະຫວ່າງ ສ. ​ເກົາຫຼີ ​- ອາ​ຊຽນ.

ຂ່າວ/ບົດ​ອື່ນ