ສ.ເຊັກໂກ ສ້າງແຜນການຍົກຍ້າຍສະຖານທູດໄປຕັ້ງຢູ່ Jerusalem

(VOVWORLD) -ວັນທີ 25 ເມສາ, ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງວັນຊາດ ອິດສະລາແອນ ຄົບຮອບ 70 ປີ ຢູ່ຫໍປະສາດ ປຣາຮາ, ທ່ານປະທານາທິບໍດີ ສ.ເຊັກໂກ Milos Zeman ຖະແຫຼງວ່າ ສ.ເຊັກໂກ ພວມສ້າງແຜນການຍົກຍ້າຍສະຖານທູດຂອງຕົນທີ່ປະຈຳຢູ່ Tel Aviv ປະເທດ ອິດສະລາແອນ ໄປຕັ້ງຢູ່ Jerusalem.
ສ.ເຊັກໂກ ສ້າງແຜນການຍົກຍ້າຍສະຖານທູດໄປຕັ້ງຢູ່ Jerusalem - ảnh 1ສ.ເຊັກໂກ ສ້າງແຜນການຍົກຍ້າຍສະຖານທູດໄປຕັ້ງຢູ່ Jerusalem (ພາບປະກອບ: CNN)

ຕາມທ່ານປະທານາທິບໍດີ Milos Zeman ແລ້ວ, ວິວັດການດັ່ງກ່າວ ຈະໄດ້ປະຕິບັດຕາມ 3 ບາດກ້າວ, ບາດກ້າວທຳອິດແມ່ນເປີດສະຫຼອງສະຖານກົງສູນກິດຕິມະສັກຢູ່ Jerusalem ໃນເດືອນໜ້າ ແລະ ຈາກນັ້ນແມ່ນບາງອົງການຈັດຕັ້ງຂອງ ເຊັກໂກ ຄືອົງການທ່ອງທ່ຽວ ຫຼື ການຄ້າ ກ່ອນທີ່ສະຖານທູດ ເຊັກໂກ ຈະຍ້າຍໄປຄັ້ງຢູ່ Jerusalem.

        ໃນຖະແຫຼງການໄດ້ຍົກອອກໃນວັນດຽວກັນ, ກະຊວງການຕ່າງປະເທດ ເຊັກໂກ ຢືນຢັນວ່າ: ປີ 2017 ສ.ເຊັກໂກ ໄດ້ຍົກອອກທັດສະນະຂອງຕົນ ຮັບຮອງເອົາ Jerusalem ເປັນນະຄອນຫລວງຂອງ ອິດສະລາແອນ. ສະນັ້ນ ເຊັກໂກ ຕັດສິນໃຈເປີດສະຖານກົງສູນກິດຕິມະສັກໃນເດືອນ ພຶດສະພາ ແລະ ສູນແຫ່ງໜຶ່ງຂອງ ເຊັກໂກ ໃນທ້າຍປີ 2018 ຢູ່ Jerusalem ຕາເວັນຕົກ ເພືຶ່ອແນໃສ່ເພີ່ມທະວີການຮ່ວມມື 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ