ຫງວຽນຈິ໋ແທງ ກັບການປະຕິວັດຫວຽດນາມ

ຫງວຽນຈິ໋ແທງ ກັບການປະຕິວັດຫວຽດນາມ - ảnh 1
ທ່ານ​ຫົວ​ນ້າ​ຄະນະ​ໂຄສະນາ​ສຶກສາ​ສູງ​ກາງ​ຫວຽດນາມ ດິງ​ເທ໋ຮີນ
ເຂົາຮ່ວມກອງ​ປະຊຸມ​ສຳ​ມະ​ນາ
(ພາບ: gdtd.vn)


(vovworld) -“ ຫງວຽນ​ຈິ໋​ແທງ ກັບ​ປະຕິວັດ​ຫວຽດນາມ” ນັ້ນແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳມະນາວິທະຍາສາດ ​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 26/12, ຢູ່​ຮ່າ​ໂນ້ຍ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 100 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງທ່ານພົນ​ເອກ ຫງວຽນ​ຈິ໋​ແທງ (01/01/1914 – 01/01/2014).

        ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຫົວ​ຫນ້າ​ຄະນະ​ໂຄສະນາ​ສຶກສາ​ສູງ​ກາງ​ພັກກອມມູນິດ ຫວຽດນາມ ດິງ​ເທ໋ຮີນ ​ເນັ້ນ​ໜັກ​ວ່າ, ​ໃນ​ກວ່າ 30 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ, ​ພົນ​ເອກ ຫງວຽນ​ຈິ໋​ແທງ ​ໄດ້​ເສຍສະຫຼະ​ຊີວິດ, ສູ້​ຊົນ​ຕະຫຼອດ​ຊີວິດ​​ແກ່​ອຸດົມ​ຄະຕິ​ຂອງ​ພັກ; ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປ​ະຊາ​ຊົນ, ພົນ​ເອກ​ໄດ້​ສະ​ແດງ​ໃຫ້​​ເຫັນ​ຄຸນ​ສົມບັດຂອງ​ພົນ​ເອກ​ທີ່​ປິ​ຊາ​ສາມາດ​ຂອງ​ກອງທັບປະຊາຊົນ​ຫວຽດນາມ, ການ​ນຳ​ທີ່​ເປັນ​ແບບຢ່າງ, ​ເມດ​ຕາ​ຈິດ ​ແລະ ​ເກັ່ງ​ກ້າ​ສາມາດ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ບົດ​ປະກອບ​ຄຳ​ເຫັນຂອງ​ບັນດາ​ຜູ້​ແທນ, ນັກວິທະຍາສາດ ​ໄດ້​ເຮັດ​ແຈ້ງ​ຫຼາຍ​ແງ່​ມູມ​ໃໝ່ ​ແລະ ສືບ​ຕໍ່​ຢືນຢັນ​ວ່າ ​ພົນ​ເອກ ຫງວຽນ​ຈິ໋​ແທງ ​ແມ່ນ​ການ​ນຳ​ທີ່​ປິ​ຊາສາມາດ, ​ແມ່ນ​​ພະລັງ​ຊີວິດ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ.

ຂ່າວ/ບົດ​ອື່ນ