ຫັນບັນດາແຫຼ່ງກຳລັງ ກໍ່ສ້າງຊົນນະບົດໃໝ່ ເປັນຫຼາຍຮູບຫຼາຍແບບ

ຫັນບັນດາແຫຼ່ງກຳລັງ ກໍ່ສ້າງຊົນນະບົດໃໝ່ ເປັນຫຼາຍຮູບຫຼາຍແບບ - ảnh 1
ກິດຈະກຳສ້າງທາງເບຕົງ ຢູ່ເຂດຊົນນະບົດ
(ພາບ: ອີນເຕີເນັດ)

(vovworld) - ຫັນ​ບັນດາ​ແຫຼ່ງກຳລັງ​ກໍ່ສ້າງ​ຊົນນະບົດ​ໃໝ່​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ. ນີ້​ແມ່ນ 1 ​ໃນ​ຈຳ​ນວນ 8 ໜ້າ​ທີ່​ຈຸດ​ສຸມ​​ໃນ​ປີ 2012 ຂອງ ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ເຊິ່ງ​ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ໄດ້ສະຫຼຸບ​ໃນ​ແຈ້ງ​ການ ​ເມື​່ອວັນ​ທີ 9/5 ຂອງ​ຫ້ອງ​ວ່າການ​ລັດຖະບານ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ແລ້ວ, ​ແຫຼ່ງກຳລັງ​ຈາກ​ງົບປະມານ​ແຫ່ງ​ລັດ​ແມ່ນ​ສຳຄັນ​ທີ່​ສຸດ ດັ່ງ​ນັ້ນ, ພ້ອມ​ກັບ​ການ​ປະຕິບັດສົມທົບບັນດາແຫຼ່ງກຳລັງ, ບັນດາ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ໃນ​ບໍລິ​ເວນ​ແລ້ວ. ກະຊວງ​ແຜນການ ​ແລະ ການ​ລົງທຶນ, ກະຊວງ​ການ​ເງິນ ຄວນ​ສະ​ເໜີ​ບັນດາມາດ​ຕະການ​​ຍົກ​ຍອດ​ຈຳນວນ​​ເງິນໜູນ​ຊ່ວຍ​ໂດຍ​ກົງ​ຈາກ​ງົບປະມານ​ໃຫ້​​ແກ່ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ຂ່າວ/ບົດ​ອື່ນ