ຫັນ​ເປັນ​ດີ​ຈີ​ຕອນ ​ແມ່ນໜ້າທີ່​ຈຸດ​ສຸມ​ຂອງ​ຂະ​ແໜງຖະ​ແຫຼງຂ່າວ ​ແລະ ການ​ສື່ສານ

(VOVWORLD) -ຕອນເຊົ້າວັນທີ 6 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼູບວຽກງານຖະແຫຼງຂ່າວ ແລະ ສື່ສານ ໃນໄລຍະ 6 ເດືອນຜ່ານມາ ແລະ ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2020.
ຫັນ​ເປັນ​ດີ​ຈີ​ຕອນ ​ແມ່ນໜ້າທີ່​ຈຸດ​ສຸມ​ຂອງ​ຂະ​ແໜງຖະ​ແຫຼງຂ່າວ ​ແລະ ການ​ສື່ສານ - ảnh 1ທ່ານ ຟານເຕິມ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ (ພາບ: Vietnam+) 

        6 ເດືອນຜ່ານມາ, ການເຄື່ອນໄຫວພົ້ນເດັ່ນຂອງຂະແໜງຖະແຫຼງຂ່າວ ແລະ ສື່ສານ ແມ່ນຮ່ວມແຮງຮ່ວມໃຈພ້ອມກັບ ລັດຖະບານ ແລະ ປະຊາຊົນ ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ. ໃນ 6 ຂົງເຂດຄຸ້ມຄອງລັດຂອງກະຊວງ, ສື່ມວນຊົນ ໄດ້ກາຍເປັນໜຶ່ງໃນບັນດາກໍາລັງຫຼັກແຫຼ່ງໃນແນວໜ້າການປ້ອງກັນ, ສະກັດກັ້ນໂລກລະບາດ.

        ໃນໄລຍະຈະມາເຖິງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຈະສຸມໃສ່ຜັນຂະຫຍາຍຂໍ້ຕົກລົງຂອງນາຍົກລັດຖະມົນຕີວ່າດ້ວຍໂຄງການຫັນເປັນດີຈີຕອນແຫ່ງຊາດ. ນີ້ແມ່ນໜ້າທີ່ ບຸລິມະສິດຈຸດສຸມຂອງຂະແໜງຖະແຫຼງຂ່າວ ແລະ ສື່ສານ ເພື່ອແນໃສ່ຫັນເປັນດີຈີຕອນແຫ່ງຊາດໄດ້ຜັນຂະຫຍາຍຢ່າງທົ່ວເຖິງ. ທ່ານ ຟານເຕິມ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຊີ້ແຈ້ງວ່າ:

        “ນັບແຕ່ນີ້ຮອດທ້າຍປີ 2020, ກະຊວງ ຖະແຫຼງຂ່າວ ແລະ ສື່ສານ ຈະໜູນຊ່ວຍ, ແນະນໍາເພື່ອໃຫ້ 100% ທ້ອງຖິ່ນພັດທະນາພື້ນຖານໂທລະຄົມມະນາຄົມລຸ້ນໃໝ່. ໃນປີນີ້, ທາງກະຊວງກໍຈະອະນຸຍາດໃຫ້ບັນດາວິສາຫະກິດໂທລະຄົມມະນາຄົມຜັນຂະຫຍາຍການສະໜອງບໍລິການອິນເຕີແນັດ 5G ຢູ່ບັນດາເຂດເຕັກໂນໂລຢີຂໍ້ມູນຂ່າວສານ ເຊິ່ງເຕົ້າໂຮມບັນດາຮາກຖານຄົ້ນຄວ້າ, ມະຫາວິທະຍາໄລ ແລະ ຢູ່ໃຈກາງບັນດາແຂວງ, ນະຄອນໃຫຍ່ຂອງປະເທດ”.

        ທີ່ກອງປະຊຸມ, ກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ປະກາດ ປະຕິບັດສໍາເລັດ 100% ບໍລິການສາທາລະນະອອນລາຍ ລະດັບ 4 ດ້ວຍ ກວ່າ 200 ການບໍລິການສາທາລະນະຂອງກະຊວງ. 

ຕອບກັບ

ຂ່າວ/ບົດ​ອື່ນ