ຫໍພິພິດທະພັນໄຊຊະນະປະຫວັດສາດດ້ຽນບຽນຝູ:ກຽມພ້ອມໃຫ້ແກ່ວັນເປີດປະຕູ

ຫໍພິພິດທະພັນໄຊຊະນະປະຫວັດສາດດ້ຽນບຽນຝູ:ກຽມພ້ອມໃຫ້ແກ່ວັນເປີດປະຕູ - ảnh 1
ຮູບປັ້ນພົນເອກ ຫວໍງວຽນຢາບ
(ພາບ: Xuân Tư/TTXVN)

(vovworld) - ຫໍພິພິດທະພັນ​ໄຊຊະນະປະຫວັດສາ​ດ ດ້ຽນບຽນຝູ ຈະ​ເປີດ​ປະຕູ​ຢ່າງ​ເປັນ​ທາງ​ການ​ເພື່ອ​ຕ້ອນຮັບ​ແຂກ​ໃນ​ວັນ​ທີ 5/5. ນີ້​​ແມ່ນ​ກິດຈະກຳ​​ເພື່ອຍ້ອງຍໍ​ສັນລະ​ເສີນຄຸນຄ່າ​ດ້ານ​ປະຫວັດສາດ​ຂອງໄຊຊະນະ ດ້ຽນບຽນຝູ ກ່ອນນີ້ 60 ປີ​​. ຫໍພິພິດທະພັນ​ເລີ່​ມລົງມືກໍ່​ສ້າງ​ແຕ່​​ເດືອນ 10/2012, ລວມມຸນ​ຄ່າ​ກວ່າ 210 ຕື້ດົ່ງ​​ໃນເນື້ອທີ່​ປະມານ 22.000 ມ2. ຫໍພິພິດທະພັນ​ໄດ້ວາງສະ​ແດງ​ເກືອບ 1000 ວັດຖຸ​ພັນ ​ແລະ ຮູບ​ພາບ​ເຊີ່ງ​ຖືກແບງ​​ເປັນ 4 ​ເນື້ອ​ໃນຄື: 9 ປີ​ແຫ່ງ​ການ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ ຝລັ່ງ(9/1945 – 5/1954); ການ​ຜັນ​ແປ​ຂອງ​ບັ້ນຮົບ ດ້ຽນບຽນຝູ; ການ​ຊ່ວຍ​ເຫຼືອຂອງ​ປະຊາຊົນ​ໂລກ​ຕໍ່​ບັ້ນຮົບ ດ້ຽນບຽນຝູ; ການ​ກະທົບ​ຂອງ​ໄຊຊະນະ ດ້ຽນບຽນຝູ ທີ່​ມີຕໍ່​ປະຊາຊົນ​ໂລກ; ຫ້ອງຍ້ອງຍໍ​ສັນລະ​ເສີນ.

   ທ່ານ ຫວູ້ນາມ​ຫາຍ, ຜູ້ອຳນວຍການຫໍພິພິດທະພັນໄຊຊະນະປະຫວັດສາດ ດ້ຽນບຽນຝູ ​​ໃຫ້​ຮູ້​ວ່າ: ບັນດາ​ເອກະສານ,​ ວັດຖຸ​ພັນທີ່​ໄດ້​ວາງສະ​ແດງ​ໃນຫໍພິພິດທະພັນຈະສະແດງໃຫ້ເຫັນຢ່າງຖືກຕ້ອງກ່ຽວກັບຂອບຂະໜາດໄຊຊະນະ ດ້ຽນບຽນຝູ, ຕອບ​ສະໜອງ​ໄດ້​ຄວາມ​ມຸ່ງຫວັງ​ຂອງ​ປະຊາຊົນ​ທົ່ວ​ປະ​ເທດ.





ຂ່າວ/ບົດ​ອື່ນ