ຫວນຄືນໄລຍະປະຫວັດສາດສາຍພົວພັນທີ່ເປັນມູນເຊື້ອ ຫວຽດນາມ - ລາວ

(VOVWORLD) -2 ປະເທດລ້ວນແຕ່ມີຄວາມເອກອ້າງທະນົງໃຈເມື່ອເຫັນວ່າ ນ້ຳໃຈສາມັກຄີແບບພິເສດ ສັດຊື່ບໍລິສຸດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໄດ້ ແລະ ພວມໄດ້ຮັບການປັບປຸງ, ປ່ຽນແປງໃໝ່ ແລະ ພັດທະນາ
ຫວນຄືນໄລຍະປະຫວັດສາດສາຍພົວພັນທີ່ເປັນມູນເຊື້ອ ຫວຽດນາມ - ລາວ - ảnh 1(ທີ່ການໂອ້ລົມ)

ເພື່ອແນໃສ່ຂ່ຳນັບຊົມເຊີຍປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022, ວັນທີ 24 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ ໄດ້ມີການໂອ້ລົມກັບບັນດານັກສຶກສາ, ນັກຄົ້ນຄວ້າ, ຄູອາຈານສະຖາບັນການເມືອງການປົກຄອງແຫ່ງຊາດ ລາວ, ເພື່ອແນໃສ່ຫວນຄືນໄລຍະປະຫວັດສາດສາຍພົວພັນລະຫວ່າງ 2 ປະເທດ.

        ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ເນັ້ນໜັກວ່າ ຫວນຄືນໄລຍະທາງແຫ່ງການພັດທະນາຂອງ 2 ປະເທດໃນໄລຍະ 60 ປີຜ່ານມາ (05 ກັນຍາ 1962 – 05 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 – 17 ກໍລະກົດ 2022), 2 ປະເທດລ້ວນແຕ່ມີຄວາມເອກອ້າງທະນົງໃຈເມື່ອເຫັນວ່າ ນ້ຳໃຈສາມັກຄີແບບພິເສດ ສັດຊື່ບໍລິສຸດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໄດ້ ແລະ ພວມໄດ້ຮັບການປັບປຸງ, ປ່ຽນແປງໃໝ່ ແລະ ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ