ຫວຽດນາມ - EU ບັນລຸໄດ້ຄວາມຄືບໜ້າໃນການເຈລະຈາ FTA

ຫວຽດນາມ - EU ບັນລຸໄດ້ຄວາມຄືບໜ້າໃນການເຈລະຈາ FTA - ảnh 1
(ພາບປະກອບ)

(vovworld) -     ຮອບ​ເຈລະຈາ​ທີ 6 ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ​ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ (EU) ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 17/01, ຢູ່ນະຄອນຫຼວງ ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ, ດ້ວຍ 12 ກຸ່ມ​ເຈລະຈາ​​ໃນ​ຫຼາຍ​ຂົງ​ເຂດ​ທີ່​ແຕກ​ຕ່າງ​ກັນ.

        ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂ່າວສານ​ຫວຽດນາມ ປະຈຳ​ແບນ​ຊິກ, ພາຍຫຼັງ​ສິ້ນສຸດ​ການ​ເຈລະຈາ, ທ່ານ ​ເຈືອງ​ດິງຕວຽນ, ອະດີດ​ລັດຖະມົນຕີ​ການ​ຄ້າ, ຜູ້​ທີ່​​ປຶກສາ​ຄະນະ​ເຈລະຈາ FTA ຫວຽດນາມ - EU ຖື​ວ່າ, ​ເບິ່ງ​ລວມ​ແລ້ວ ຮອບ​ເຈລະຈາ​ຄັ້ງ​ນີ້, 2 ຝ່າຍ​ກຳນົດ​ໄດ້​ວິວັດ​ການ​ເພື່ອ​ສິ້ນ​ສຸດ​ຮອບ​ເຈລະຈາ​ໃນ​ເດືອນ 09 ຈະ​ມາ​ເຖິງ. ທ່ານ​ໃຫ້​ຂໍ້​ສັງ​ເກດວ່າ ​ການ​ນຳ​ຫວຽດນາມ ​ແລະ ​ຄະນະ​ກຳ​ມະ​ການ​ເອີລົບ ອາດຈະ​ອອກ​ຖະ​ແຫຼງການ​ກ່ຽວ​ກັບ​ເລື່ອງ​ສຳ​ເລັດ​ຮອບ​ເຈລະຈາ. ພາຍຫຼັງ​ກວດກາ​ບັນດາ​ລະບຽບ​ການ​ດ້ານ​ກົດໝາຍ 2 ຝ່າຍ​ອາດ​ຈະ​​ເຊັນ​ສັນ​ຍາ​ໃນ​ໂອກາດ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຢ້ຽມຢາມ ສະຫະພາບ​ເອີ​ລົບ ​ໃນ​ເດືອນ 10. ສ່ວນ​ທ່ານ Mauro Petriccione, ຫົວໜ້າ​ກົມ​ໃຫຍ່​ການ​ຄ້າ EU, ຫົວໜ້າ​ຄະນະ​ເຈ​ລະ​ຈາ EU ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ທັງ 2 ຝ່າຍ​ໃນ​ຮອບ​ເຈລະຈາ​ຄັ້ງ​ນີ້, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ FTA ຫວຽດນາມ - EU ຈະ​ສຳ​ເລັດ​ໃນ​ປີ 2014.

ຂ່າວ/ບົດ​ອື່ນ