ຫວຽດນາມ ກວດພົບມີຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 1 ຄົນທີ່ກັບມາຈາກ ລັດເຊຍ

(VOVWORLD) - ຫວຽດນາມ ມີ 184 ກໍລະນີຕິດເຊື້ອແມ່ນກັບມາຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວໃນທັນທີ.

ຕາມຂໍ້ມູນຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ໄລ່ຮອດ 6 ໂມງເຊົ້າວັນທີ 24 ພຶດສະພາ, ຫວຽດນາມ ໄດ້ກວດພົບ 1 ກໍລະນີຕິດເຊື້ອໂຄວິດ -19 ຕື່ມອີກ ທີ່ກັບມາຈາກ ລັດເຊຍ ໃນວັນທີ 13 ພຶດສະພາ ແລະ ໄດ້ຮັບການແຍກຕົວໃນທັນທີ, ບໍ່ມີຄວາມສ່ຽງແຜ່ລະບາດອອກສູ່ວົງຄະນະຍາດ. ນີ້ແມ່ນກໍລະນີຕິດເຊື້ອທີ 325 ໄດ້ກວດພົບຢູ່ ຫວຽດນາມ.

       ໄລ່ແຕ່ 6 ໂມງວັນທີ 16 ເມສາ ຫາ 6 ໂມງ ວັນທີ 24 ພຶດສະພາ: ແມ່ນ 38 ມື້ທີ່ ຫວຽດນາມ ບໍ່ມີກໍລະນີໃດຕິດເຊື້ອໂຄວິດໃນວົງຄະນະຍາດ.

       ໄລ່ຮອດ 6 ໂມງວັນທີ 24 ພຶດສະພາ: ຫວຽດນາມ ມີ 184 ກໍລະນີຕິດເຊື້ອແມ່ນກັບມາຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວໃນທັນທີ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ