ຫວຽດ​ນາມ ກ່າວ​ປະ​ນາມ​ການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ ໃນ​ການ​ປະ​ທະ​ກັນ​ທີ່​ນັບ​ມື້​ນັບ​ປີນ​ຂັ້ນ​ໄດ ລະ​ຫວ່າງ ອິດ​ສະ​ຣາ​ແອັນ ແລະ ປາ​ແລັດ​ສະ​ຕິນ

(VOVWORLD) -ວັນທີ 12 ພຶດສະພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມດ່ວນ ຄັ້ງທີ 2 ໃນອາທິດ ກ່ຽວກັບການຜັນແປໃນຄວາມເຄັ່ງຕຶງທີ່ພວມປີນຂັ້ນໄດລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ ໃນຊຸມວັນມໍ່ໆມານີ້. 
ຫວຽດ​ນາມ ກ່າວ​ປະ​ນາມ​ການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ ໃນ​ການ​ປະ​ທະ​ກັນ​ທີ່​ນັບ​ມື້​ນັບ​ປີນ​ຂັ້ນ​ໄດ ລະ​ຫວ່າງ ອິດ​ສະ​ຣາ​ແອັນ ແລະ ປາ​ແລັດ​ສະ​ຕິນ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໃຫ້ຮູ້ວ່າ ຫວຽດນາມ ມີຄວາມວິຕົກກັງວົນຢ່າງແທ້ຈິງ ຕໍ່ການປີນຂັ້ນໄດໃນຄວາມເຄັ່ງຕຶງ, ການໃຊ້ຄວາມຮຸນແຮງ ແລະ ການປະທະກັນນຳໃຊ້ອາວຸດ ອັນໄດ້ເຮັດໃຫ້ທັງສອງຝ່າຍ ປາແລັດສະຕິນ ແລະ ອິດສະຣາແອັນ ມີຜູ້ເສຍຊີວິດ ແລະ ຮັບບາດເຈັບ. ຫວຽດນາມ ກ່າວປະນາມການກະທຳໃຊ້ຄວາມຮຸນແຮງ ແລະ ການນຳໃຊ້ອາວຸດເກນຄວາມຈຳເປັນສຳລັບສາມັນຊົນ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ບັນດາຝ່າຍທັງໝົ້ດ ຈົ່ງຢຸດຕິການໃຊ້ຄວາມຮຸນແຮງໃນທັນທີ, ຈົ່ງອົດກັ້ນຢ່າງ ແລະ ຫຼີກລ້ຽງບັນດາການກະທຳ ກໍຄື ຄຳຖະແຫຼງທີ່ເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນຕື່ມ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງແກ້ໄຂການປະທະກັນໂດຍສັນຕິວິທີ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ບໍ່ບຸກໂຈມຕີໃສ່ບັນດາພື້ນຖານໂຄງລ່າງທີ່ຈຳເປັນຂອງປະຊາຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ