(VOVWORLD) - ຕອນເຊົ້າວັນທີ 27 ຕຸລາ, ຢູ່ນະຄອນຫຼວງ ກົວລາ ລຳເປີ, ມາເລເຊຍ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການຮັບປະທານອາຫານເຊົ້າ ສົມທົບກັບເຮັດວຽກກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມການຮັບປະທານອາຫານເຊົ້າ ສົມທົບກັບເຮັດວຽກກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ. |
|
ນາຍົກລັດຖະມົນຕີສາມທ່ານໄດ້ຕົກລົງເປັນເອກະພາບສືບຕໍ່ຮັກສາການພົບປະແລກປ່ຽນສາມຝ່າຍໃນບັນດາຊ່ອງທາງ, ທຸກຂັ້ນ, ໃນຕໍ່ໜ້າແມ່ນບັນດາການພົບປະລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ, ຕຳຫຼວດ ແລະ ການຕ່າງປະເທດ, ພ້ອມດຽວກັນນັ້ນ, ເພີ່ມທະວີບັນດາຮູບແບບໂຄສະນາເຜີຍແຜ່ກ່ຽວກັບຜົນງານການຮ່ວມມື ແລະ ຄຸນຄ່າປະຫວັດສາດຂອງການພົວພັນສາມັກຄີ, ມິດຕະພາບ, ໂດຍສະເພາະແມ່ນການເສຍສະຫຼະໃຫ້ແກ່ກັນລະຫວ່າງສາມປະເທດ, ສາມຊາດ, ຊຸກຍູ້ການຜູກພັນລະຫວ່າງການນຳໜຸ່ມ, ສະມາຊິກລັດຖະສະພາໜຸ່ມ, ຊາວໜຸ່ມ ແລະ ປະຊາຊົນສາມປະເທດ. ນາຍົກລັດຖະມົນຕີສາມທ່ານກໍຕົກລົງເຫັນດີເພີ່ມທະວີການແລກປ່ຽນ, ການຮ່ວມມືກ່ຽວກັບເສດຖະກິດດີຈີຕອນ, ລັດຖະບານດີຈີຕອນ; ຍູ້ແຮງການຮ່ວມມືຕໍ່ສູ້, ປ້ອງກັນ, ຕ້ານບັນດາອາດຊະຍາກຳ, ປົກປັກຮັກສາເສັ້ນຊາຍແດນມິດຕະພາບ, ສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ, ຍູ້ໄວການແບ່ງກຳນົດປັກຫຼັກໝາຍຊາຍແດນ; ສະກັດກັ້ນບັນດາສ່ວນບຸກຄົນ, ອົງການຈັດຕັ້ງທີ່ມ້າງທຳລາຍສາຍພົວພັນສາມປະເທດຢ່າງທັນການ; ແກ້ໄຂບັນດາບັນຫາເກີດຂຶ້ນບັງເອີນໃຫ້ສົມເຫດສົມຜົນ. ພ້ອມທັງຖືວ່າ, ໃນໄລຍະຈະມາເຖິງ ຕ້ອງເອົາໃຈໃສ່ເຖິງການຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ; ຍູ້ແຮງການຮ່ວມມືພັດທະນາຊາຍແດນ; ສົມທົບກັນສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເງິນ, ການເຊື່ອມໂຍງເຂົ້າກັບສາກົນ, ເປັນກຳລັງໜູນຊຸກຍູ້ການຍົກວົງເງິນການຄ້າລະຫວ່າງ ຫວຽດນາມ - ກຳປູເຈຍ ໃຫ້ບັນລຸ 20 ຕື້ USD ແລະ ຫວຽດນາມ - ລາວ ຂຶ້ນເປັນ 5 ຕື້ USD ໂດຍໄວ.
ນາຍົກລັດຖະມົນຕີສາມທ່ານໄດ້ຕົກລົງເປັນເອກະພາບສືບຕໍ່ຮັກສາການພົບປະແລກປ່ຽນສາມຝ່າຍໃນບັນດາຊ່ອງທາງ |
ນາຍົກລັດຖະມົນຕີສາມທ່ານເຫັນດີປຶກສາຫາລືເຊິ່ງກັນແລະກັນກ່ຽວກັບບັນດາບັນຫາສາກົນ, ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ບັນດາບັນຫາທີ່ກ່ຽວຂ້ອງເຖິງການພົວພັນສອງຝ່າຍ ແລະ ລະຫວ່າງສາມຝ່າຍ; ສົມທົບກັນກະກຽມໃຫ້ແກ່ບັນດາເຫດການໃຫຍ່ຂອງແຕ່ລະປະເທດໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບກະກັບທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung, ທ່ານປະທານາທິບໍດີ ອິນໂດເນເຊຍ Prabowo Subianto, ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ແລະ ທ່ານນາງ ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) Kristalina Georgieva.
ລ້າຍຮວາ