ຫວຽດນາມ ຄັດຄ້ານ ໄຕ້ຫວັນ (ປະເທດຈີນ) ຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ

(VOVWORLD) - ຫວຽດນາມ ໄດ້ຢັ້ງຢືນປັນຫຼາຍຄັ້ງຕໍ່ເລື່ອງ ໄຕ້ຫວັນ ຈັດການຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ແມ່ນການກະທຳ ...
ຫວຽດນາມ ຄັດຄ້ານ ໄຕ້ຫວັນ (ປະເທດຈີນ) ຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ - ảnh 1ທ່ານນາງ ຟ້າມທູຮັ່ງ, ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ
(ພາບ:VOV)

ວັນທີ 31 ມີນາ, ຢູ່ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ສຳລັບເລື່ອງ ໄຕ້ຫວັນ ໄດ້ປະກາດດຳເນີນການຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ, ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ, ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມໄດ້ຊີ້ແຈ້ງວ່າ: ຫວຽດນາມ ໄດ້ຢັ້ງຢືນປັນຫຼາຍຄັ້ງຕໍ່ເລື່ອງ ໄຕ້ຫວັນ ຈັດການຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ແມ່ນການກະທຳ ລະເມີດອະທິປະໄຕຜືນແຜ່ນດິນຂອງ ຫວຽດນາມ ສຳລັບໝູ່ເກາະນີ້ຢ່າງຮ້າຍແຮງ ແລະ ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນທະເລ; ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ໄຕ້ຫວັນ ຍົກເລິກການກະທຳຜິດກົດໝາຍດັ່ງກ່າວ; ບໍ່ດຳເນີນການເຄື່ອນໄຫວທີ່ຄ້າຍຄືກັນນີ້ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ