ຫວຽດນາມ - ຄູ່ຮ່ວມມືຍຸດທະສາດໜຶ່ງດຽວຂອງ ມາເລເຊຍ ໃນ ອາຊຽນ

(VOVWORLD) - ທ່ານນາງອຸປະທູດ ຫງວຽນທິງອັກແອັງ ຖືວ່າ: ໄລຍະຈະມາເຖິງ, ການຮ່ວມມືດ້ານການເມືອງ, ເສດຖະກິດຈະສືບຕໍ່ແມ່ນບັນດາການຮ່ວມມືຫຼັກແຫຼ່ງ ແລະ ຍັງມີຫຼາຍແງ່ມູມເພື່ອພັດທະນາກ່ວາອີກ ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ຢ່າງແຮງ.
ຫວຽດນາມ - ຄູ່ຮ່ວມມືຍຸດທະສາດໜຶ່ງດຽວຂອງ ມາເລເຊຍ ໃນ ອາຊຽນ - ảnh 1ທ່ານນາງ ຫງວຽນທິງອັກແອັງ, ອຸປະທູດ ຫວຽດນາມ ປະຈຳ ມາເລເຊຍ
(ພາບ: VOV)

ຫວຽດນາມ ແມ່ນຄູ່ຮ່ວມມືໜຶ່ງດຽວຂອງ ມາເລເຊຍ ໃນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ການສ້າງຕັ້ງນີ້ໄດ້ສ່ອງແສງໃຫ້ເຫັນລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ການພົວພັນຮ່ວມມືທີ່ເລິກເຊິ່ງ, ກ້ວາງຂວາງລະຫວ່າງສອງປະເທດ. ທ່ານນາງ ຫງວຽນທິງອັກແອັງ, ອຸປະທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້ເນັ້ນໜັກຄືແນວນັ້ນເມື່ອຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ພາກພື້ນ ອາຊຽນ.

        ທ່ານນາງອຸປະທູດ ຫງວຽນທິງອັກແອັງ ຖືວ່າ: ໄລຍະຈະມາເຖິງ, ການຮ່ວມມືດ້ານການເມືອງ, ເສດຖະກິດຈະສືບຕໍ່ແມ່ນບັນດາການຮ່ວມມືຫຼັກແຫຼ່ງ ແລະ ຍັງມີຫຼາຍແງ່ມູມເພື່ອພັດທະນາກ່ວາອີກ ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ຢ່າງແຮງ. ຄຽງຄູ່ກັນນັັ້ນ, ກໍ່ຄວນຖືການຍູ້ແຮງການຮ່ວມມືໃນບັນດາຂົງເຂດມີຄວາມສາມາດບົ່ມຊ້ອນອື່ນເປັນສຳຄັນຄື: ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ, ການສຶກສາ ແລະ ແຮງງານ. ທ່ານນາງອຸປະທູດ ຫງວຽນທິງອັກແອັງ ກ່າວວ່າ:

        “ການພົວພັນສອງຝ່າຍອັນດີງາມໄດ້ສ້າງເປັນປະຖົມປັດໄຈຢ່າງໜັກແໜ້ນສຳລັບການຮ່ວມມືລະຫວ່າງສອງປະເທດ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ໄລຍະຜ່ານມາ, ສອງປະເທດໄດ້ແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືກັນເປັນປະຈຳ ແລະ ຕັ້ງໜ້າສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາອົງການ, ເວທີປາໄສສາກົນ ແລະ ພາກພື້ນເຊິ່ງທັງສອງປະເທດເປັນສະມາຊິກ. ສອງປະເທດກໍ່ໃຫ້ຄຳໝັ້ນສັນຍາຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກ ອາຊຽນ ໃນການຮັກສາ ແລະ ຊຸກຍູ້ນ້ຳໃຈສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ, ຮັບປະກັນການປະຕິບັດວິໄສທັດປະຊາຄົມ ອາຊຽນຮອດປີ 2025 ກໍ່ຄືບັນດາຍຸດທະສາດ ແລະ ຂໍ້ລິເລີ່ມ ທີ່ກ່ຽວຂ້ອງເພື່ອແນໃສ່ສ້າງປະຊາຄົມ ອາຊຽນ ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ”.

ຕອບກັບ

ຂ່າວ/ບົດ​ອື່ນ