ຫວຽດ​ນາມ ຈະ​ດຳ​ເນີນ​ການ​ຮັບຮອງ​ ປາດ​ສະ​ປໍ ດ້ານ​ສຸ​ຂະ​ພາບ​ ກັບເກືອບ 80 ປະ​ເທດ ແລະ ເຂດ​ແຄວ້ນ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ

(VOVWORLD) -ຫວຽດນາມ ພວມຮັບຮອງເອົາ ປາດສະປໍ ດ້ານສຸຂະພາບ ຂອງ 72 ປະເທດ ແລະ ເຂດແຄວ້ນ ເປັນການຊົ່ວຄາວ ແລະ ກົງກັນຂ້າມ ກໍມີບາງປະເທດ, ເຂດແຄວ້ນຮັບຮອງເອົາໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ - 19 ຫຼື ໃບຢັ້ງຢືນຜູ້ທີ່ຕິດເຊື້ອພະຍາດໂຄວິດ - 19 ແລະ ໄດ້ຮັບການປິ່ນປົວຫາຍດີໃນຂັ້ນຕອນການແຈ້ງໜັງສືຜ່ານແດນເຂົ້າເມືອງ.

ຕອນບ່າຍວັນທີ 21 ຕຸລາ, ໃນການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ຖືກຈັດຂຶ້ນຕາມຮູບການທາງໄກ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ ຫວຽດນາມ ພວມຮີບເຮັ່ງເຮັດວຽກກັບເກືອບ 80 ຄູ່ຮ່ວມມື ເພື່ອຮັບຮອງ ປາດສະປໍ ປາດສະປໍ ດ້ານສຸຂະພາບຂອງ ຫວຽດນາມ, ພ້ອມທັງ ວາງອອກນະໂຍບາຍທີ່ເໝາະສົມເພື່ອໜູນຊ່ວຍຜູ້ເຂົ້າເມືອງ ຫວຽດນາມ ກໍຄືບັນດານັກລົງທຶນ, ວິສາຫະກິດຕ່າງປະເທດທີ່ພວມເຄື່ອນໄຫວຢູ່ ຫວຽດນາມ.

ຫວຽດ​ນາມ ຈະ​ດຳ​ເນີນ​ການ​ຮັບຮອງ​ ປາດ​ສະ​ປໍ ດ້ານ​ສຸ​ຂະ​ພາບ​ ກັບເກືອບ 80 ປະ​ເທດ ແລະ ເຂດ​ແຄວ້ນ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ - ảnh 1ຫວຽດນາມ ຈະດຳເນີນການຮັບຮອງ ປາດສະປໍ ວັກຊິນ ກັບເກືອບ 80 ປະເທດ ແລະ ເຂດແຄວ້ນ ໃນໄລຍະຈະມາເຖິງ (ພາບ: Regulatory Review)
  ຕາມທ່ານນາງ ເລທິທູຮັ່ງ ແລ້ວ, ປັດຈຸບັນ, ຫວຽດນາມ ພວມຮັບຮອງເອົາ ປາດສະປໍ ດ້ານສຸຂະພາບຂອງ 72 ປະເທດ ແລະ ເຂດແຄວ້ນ ເປັນການຊົ່ວຄາວ ແລະ ກົງກັນຂ້າມ ກໍມີບາງປະເທດ, ເຂດແຄວ້ນຮັບຮອງເອົາໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ - 19 ຫຼື ໃບຢັ້ງຢືນຜູ້ທີ່ຕິດເຊື້ອພະຍາດໂຄວິດ - 19 ແລະ ໄດ້ຮັບການປິ່ນປົວຫາຍດີໃນຂັ້ນຕອນການແຈ້ງໜັງສືຜ່ານແດນເຂົ້າເມືອງ.

        ກ່ຽວຂ້ອງເຖິງມາດຕະການໜູນຊ່ວຍຂອງລັດຖະບານ ສຳລັບນັກລົງທຶນ, ວິສາຫະກິດຕ່າງປະເທດ ເມື່ອ ຫວຽດນາມ ຫັນໄປສູ່ສະພາບປົກກະຕິໃໝ່, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ:

        “ລັດຖະບານກໍພວມດຳເນີນຫຼາຍມາດຕະການຂ້ຽວຂາດ ເພື່ອຍູ້ໂລກລະບາດໃຫ້ຖອຍໄປ, ສ້າງໜ່ວຍປະຕິບັດງານພິເສດເພື່ອແກ້ໄຂຂໍ້ຕິດຂັດ, ຄວາມຫຍຸ້ງຍາກຂອງວິສາຫະກິດ ແລະ ປະກາດໃຊ້ມະຕິ, ນະໂຍບາຍຫຼາຍສະບັບເພື່ອຊ່ວຍເຫຼືອວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດໃນສະພາບພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19.”

        ກໍຢູ່ທີ່ການຖະແຫຼງຂ່າວດັ່ງກ່າວ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ການເຄື່ອນໄຫວຂອງ ຈີນ ແລະ ກ່ຳປັ່ນທະຫານເຮືອ ອາເມລິກາ ຢູ່ ເຂດທະເລຕາເວັນອອກ, ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ເນັ້ນໜັກວ່າ:

        “ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນ ບັນດາປະເທດຕ້ອງເຄົາລົບກົດໝາຍສາກົນ, ພິເສດແມ່ນ UNCLOS 1982, ເຄົາລົບອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານຂອງບັນດາປະເທດແຄມທະເລ.  ທຸກການເຄື່ອນໄຫວຢູ່ທະເລ ຕ້ອງໄດ້ເຄົາລົບບັນດາຂໍ້ກຳນົດຂອງ UNCLOS 1982  ແລະ ຂໍ້ກຳນົດ, ທຳນຽມອື່ນໆທີ່ກ່ຽວຂ້ອງ; ຕັ້ງໜ້າປະກອບສ່ວນຢ່າງແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພຢູ່ທະເລຕາເວັນອອກ. ຫວຽດນາມ ມີແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ປາດຖະໜາຢາກສ້າງທະເລຕາເວັນອອກໃຫ້ເປັນເຂດທີ່ມີສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ”.

ຕອບກັບ

ຂ່າວ/ບົດ​ອື່ນ