ຫວຽດນາມ ຈະສະຫຼຸບ 25 ປີແຫ່ງການ ດຶງດູດການລົງທຶນຈາກຕ່າງປະເທດ

ຫວຽດນາມ ຈະສະຫຼຸບ 25 ປີແຫ່ງການ ດຶງດູດການລົງທຶນຈາກຕ່າງປະເທດ - ảnh 1
(ພາບປະກອບ)
(vovworld) -     ບົນ​ພື້ນຖານ​ຂໍ້​ສະ​ເໜີ​ຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເຫັນ​ດີ​ຈັດ​ກອງ​ປະຊຸມ​ສະຫຼຸບ 25 ​ປີແຫ່ງ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ຢູ່​ຫວຽດນາມ. ຄາດ​ວ່າ, ກອງ​ປະຊຸມຈະ​ດຳ​ເນີນ​ໄປ​ໃນ​ເດືອນ 02/2013. ຕາມສະ​ຖິຕິ​ແລ້ວ, ພາຍຫຼັງ 25 ປີ​ແຫ່ງ​ການ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI), ​ແຫຼ່ງທຶນ​ນີ້​ໄດ້​ສົ່ງ​ຜົນ​ສະທ້ອນ​ອັນ​ຕັ້ງໜ້າ​ເຖິງ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ຫວຽດນາມ. ຄິ​ດສະ​ເລ່ຍ​ແຕ່ລະ​ປີ, ບັນດາ​ໂຄງການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ​ໄດ້​ມີ​ການ​ປ​ະກອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຖິງ​ວົງ​ເງິນ​ການ​ຄ້າ​ສົ່ງ​ອອກ. ​ເຂດ​ເສດຖະກິດ​ທີ່​ມີ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໂດຍ​ກົງ​ໃຫ້​ຜູ້​ອອກ​ແຮງ​ງານປະມານ 2 ລ້ານຄົນ ​ແລະ ​ໂດຍທາງ​ອ້ອມ​ໃຫ້​ນັບ​ໝື່ນໆ​ຄົນ​. ​ໃນ​ປີ 2012 ຜ່ານ​ມາ, ການ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ສຸມ​ໃສ່​ບັນ​ດາ​ຂົງ​ເຂດ​ຄື; ພື້ນຖານ​ໂຄງ​ລ່າງ, ອຸດສາຫະກຳ​ຂຽວ​ທີ່​ບໍ່​ສົ່ງ​ມົນ​ລະພິດ​ເຖິງ​ສິ່ງ​ແວດ​ລ້ອມ, ​ເຂົ້າ​ຮ່ວມ​ເຄື່ອຂ່າຍຜະລິດ ​ກໍ​ຄືລະບົບ​ມູນ​ຄ່າ​ເສດ​ຖະກິດ​ທົ່ວ​ໂລກ...
ຂ່າວ/ບົດ​ອື່ນ