ຫວຽດ​ນາມ ຈະ​ຮັບ​ປະ​ກັນ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່ ເພື່ອ​ສ້າງ​ພູມ​ຄຸ້ມ​ກັນ​ເປັນ​ໝູ່, ຕ​າມ​ແຜນ​ການ​ທີ່​ເໝາະ​ສົມ

(VOVWORLD) -ທ່ານນາງ ເລທິທູຮັ່ງ ກໍໃຫ້ຮູ້ວ່າ ຫວຽດນາມ ພວມເຮັດວຽກກັບຝ່າຍ ອາເມລິກາ ແລະ ໂຄງການ COVAX ເພື່ອຮັບວັກຊິນຈາກນະໂຍບາຍແບ່ງປັນວັກຊິນຂອງ ອາເມລິກາ ກໍຄື ຈາກກົນໄກແບ່ງປັນວັກຊິນຂອງ ສປຊ.

   ໃນການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່ຖືກດຳເນີນໃນຕອນບ່າຍວັນທີ 24 ມິຖຸນາ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຢັ້ງຢືນວ່າ ຫວຽດນາມ ຈະພິຈາລະນານະໂຍບາຍເຂົ້າ - ອອກເມືອງ ສຳລັບຊາວຕ່າງປະເທດທີ່ເຂົ້າເມືອງ ຫວຽດນາມ ໃຫ້ເໝາະສົບກັບສະພາບການຂອງໂລກລະບາດ, ພ້ອມທັງຊຸກຍູ້ການຜັນຂະຫຍາຍການຮັບຮອງ ໃບຢັ້ງຢືນສັກວັກຊິນກັນພະຍາດໂຄວິດ - 19 ຫຼື ຍັງເອີ້ນວ່າ ປາດສະປໍ ວັກຊິນ. ທ່ານນາງກ່າວວ່າ:

        “ເພື່ອແນໃສ່ປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນໂລກລະບາດຢ່າງມີປະສິດທິຜົນ ທັງພັດທະນາເສດຖະກິດ, ໄລຍະຜ່ານມາ ລັດຖະບານ ຫວຽດນາມ ໄດ້ຕົກລົງຕໍ່ຂໍ້ສະເໜີຂອງກະຊວງການຕ່າງປະເທດກ່ຽວກັບແຜນການດັດປັບນະໂຍບາຍ ເຂົ້າ - ອອກເມືອງ ແລະ ມາດຕະການສາທາລະນະສຸກ ສຳລັບຜູ້ເຂົ້າເມືອງ ຫວຽດນາມ ທີ່ມີ ປາດສະປໍວັກຊິນ”.

ຫວຽດ​ນາມ ຈະ​ຮັບ​ປະ​ກັນ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່ ເພື່ອ​ສ້າງ​ພູມ​ຄຸ້ມ​ກັນ​ເປັນ​ໝູ່, ຕ​າມ​ແຜນ​ການ​ທີ່​ເໝາະ​ສົມ - ảnh 1ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ (ພາບ: baoquocte.vn)
 ທີ່ການຖະແຫຼງຂ່າວ, ທ່ານນາງ ເລທິທູຮັ່ງ ກໍໃຫ້ຮູ້ວ່າ ຫວຽດນາມ ພວມເຮັດວຽກກັບຝ່າຍ ອາເມລິກາ ແລະ ໂຄງການ COVAX ເພື່ອຮັບວັກຊິນຈາກນະໂຍບາຍແບ່ງປັນວັກຊິນຂອງ ອາເມລິກາ ກໍຄື ຈາກກົນໄກແບ່ງປັນວັກຊິນຂອງ ສປຊ.

        ກໍໃນການຖະແຫຼງຂ່າວນີ້, ສຳລັບຄຳຖາມຂອງນັກຂ່າວ ທີ່ຢາກໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ສຳລັບບົດລາຍງານກ່ຽວກັບສະພາບການມະນຸດສະທຳໂລກ ປີ 2020 ຂອງອົງການພົວພັນຕ່າງປະເທດ ເອີຣົບ (ອີຢູ), ທ່ານນາງໂຄສົກກະຊວງການຕ່າງປະເທດ ເລທິທູຮັ່ງ ໃຫ້ຮູ້ວ່າ: ໃນບົດລາຍງານດັ່ງກ່າວ ຍັງມີບາງເນື້ອໃນທີ່ບໍ່ພາວະວິໄສ, ໂດຍອີງໃສ່ບັນດາຂໍ້ມູນທີ່ບໍ່ສ່ອງແສງໄດ້ສະພາບການຕົວຈິງຢູ່ ຫວຽດນາມ. ລັດ ຫວຽດນາມ ຍາມໃດກໍປົກປ້ອງ ແລະ ຊຸກຍູ້ບັນດາສິດພື້ນຖານຂອງມະນຸດ.

        ສິດເສລີໃນການປາກເວົ້າ, ສິດເສລີໃນການສື່ມວນຊົນ ຢູ່ ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ຜ່ານການພັດທະນາດ້ວຍຫຼາຍຮູບຫຼາຍແບບ ແລະ ເນື້ອໃນທີ່ອຸດົມສົມບູນຂອງຂະແໜງສື່ມວນຊົນ ຫວຽດນາມ. ຄວາມຈິງ, ມີຫຼາຍກວ່າ 70% ປະຊາກອນ ຫວຽດນາມ ນຳໃຊ້ ອິນເຕີເນັດ ແລະ ສື່ສັງຄົມອອນລາຍ. ຢູ່ ຫວຽດນາມ, ບໍ່ມີຜູ້ໃດຖືກຕັດສິນລົງໂທດ, ຈັບຕົວ ຍ້ອນການສະແດງທັດສະນະຂອງຕົນ ຫຼື ປົກປ້ອງສິດທິມະນຸດ ແຕ່ຢ່າງດຽວ. 

ຕອບກັບ

ຂ່າວ/ບົດ​ອື່ນ