ຫວ​ຽດ​ນາມ ຈະ​ຮັບເອົາ​ເຕັກ​ໂນ​ໂລ​ຊີ​ຜະ​ລິດ​ວັກ​ຊິນ mRNA ຕາມຂໍ້​ລິ​ເລີ່ມ​ຂອ​ງ WHO

(VOVWORLD) -ອົງການອະນາໄມໂລກ (WHO) ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວ, ໃນນັ້ນໄດ້ປະກາດອີກ 5 ປະເທດລວມມີ: ບັງກະລາແດດ, ອິນໂດເນເຊຍ, ປາກິດສະຖານ, ເຊີເບຍ ແລະ ຫວຽດນາມ ໄດ້ໄດ້ຄັດເລືອກຮັບເອົາ ເຕັກໂນໂລຊີຜະລິດວັກຊິນ mRNA ຕາມຂໍ້ລິເລີ່ມຂອງສູນຖ່າຍທອດ ເຕັກໂນໂລຊີຜະລິດວັກຊິນ mRNA ໂດຍ WHO ໄດ້ສ້າງຕັ້ງຢູ່ ອາຟຣິກາໃຕ້. 
ຫວ​ຽດ​ນາມ ຈະ​ຮັບເອົາ​ເຕັກ​ໂນ​ໂລ​ຊີ​ຜະ​ລິດ​ວັກ​ຊິນ mRNA ຕາມຂໍ້​ລິ​ເລີ່ມ​ຂອ​ງ WHO - ảnh 1ກອງປະຊຸມຖະແຫຼງຂ່າວ (ພາບ: ກະຊວງສາທາລະນະສຸກ)

ວັນທີ 23 ກຸມພາ, ອົງການອະນາໄມໂລກ (WHO) ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວ, ໃນນັ້ນໄດ້ປະກາດອີກ 5 ປະເທດລວມມີ: ບັງກະລາແດດ, ອິນໂດເນເຊຍ, ປາກິດສະຖານ, ເຊີເບຍ ແລະ ຫວຽດນາມ ໄດ້ໄດ້ຄັດເລືອກຮັບເອົາ ເຕັກໂນໂລຊີຜະລິດວັກຊິນ mRNA ຕາມຂໍ້ລິເລີ່ມຂອງສູນຖ່າຍທອດ ເຕັກໂນໂລຊີຜະລິດວັກຊິນ mRNA ໂດຍ WHO ໄດ້ສ້າງຕັ້ງຢູ່ ອາຟຣິກາໃຕ້. ພ້ອມກັນນັ້ນ, WHO ຈະໜູນຊ່ວຍ ຫວຽດນາມ ບຳລຸງສ້າງເພື່ອສາມາດຫັນໄປສູ່ໄລຍະຜະລິດໂດຍໄວ.

     ເຂົ້າຮ່ວມ ແລະ ກ່າວຄຳເຫັນແບບທາງໄກທີ່ກອງປະຊຸມຖະແຫຼງຂ່າວ, ທ່ານ ຫງວຽນແທງລອງ, ລັດຖະມົນຕີກະຊວງສາທາລະນະສຸກ ເນັ້ນໜັກວ່າ ຫວຽດນາມ ເປັນປະເທດກຳລັງພັດທະນາ ແຕ່ກໍ່ມ ປະສົບການີຫຼາຍໃນການພັດທະນາວັກຊິນໃນຫຼາຍທົດສະວັດທີ່ຜ່ານມາ, ລະບົບຄຸ້ມຄອງຄຸນນະພາບວັກຊິນແຫ່ງຊາດຂອງ ຫວຽດນາມ ກໍໄດ້ ຮັບຮອງເອົາຈາກ WHO. ເມື່ອເຂົ້າຮ່ວມຂໍ້ລິເລີ່ມນີ້ ຫວຽດນາມ ສາມາດຜະລິດວັກຊິນ mRNA ຂະໜາດໃຫຍ່, ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການພາຍໃນປະເທດເທົ່ານັ້ນ, ຍັງຫາກສາມາດສະໜອງໃຫ້ບັນດາປະເທດໃນພາກພື້ນ ແລະ ໂລກ, ປະກອບສ່ວນແກ້ໄຂຄວາມບໍ່ສະເໝີພາບໃນການແຈກຢາຍວັກຊິນອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ