ຫວຽດ​ນາມ ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ ອາ​ຊຽນ 2023 ຢູ່ ອິນ​ໂດ​ເນ​ເຊຍ

(VOVWORLD) -ຫວຽດນາມ ຈະເຂົ້າຮ່ວມເວທີປາໄສທ່ອງທ່ຽວ ອາຊຽນ 2023 ແລະ ງານຕະຫຼາດນັດ TRAVEX, ຊຶ່ງຈະຈັດຂຶ້ນຢູ່ນະຄອນ Yogyakarta, ອິນໂດເນເຊຍ ແຕ່ວັນທີ 2 – 5 ກຸມພາ ດ້ວຍຫົວຂໍ້: “ອາຊຽນ: ການເດີນທາງໄປຍັງສະຖານທີ່ທ່ອງທ່ຽວທີ່ສຸດຍອດ”.
ຫວຽດ​ນາມ ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ ອາ​ຊຽນ 2023 ຢູ່ ອິນ​ໂດ​ເນ​ເຊຍ - ảnh 1ເວທີປາໄສທ່ອງທ່ຽວ ອາຊຽນ 2023 (ພາບ: matta.org.my) 

ວັນທີ 31 ມັງກອນ, ກົມໃຫຍ່ທ່ອງທ່ຽວ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ໃຫ້ຮູ້ວ່າ: ຫວຽດນາມ ຈະເຂົ້າຮ່ວມເວທີປາໄສທ່ອງທ່ຽວ ອາຊຽນ 2023 ແລະ ງານຕະຫຼາດນັດ TRAVEX, ຊຶ່ງຈະຈັດຂຶ້ນຢູ່ນະຄອນ Yogyakarta, ອິນໂດເນເຊຍ ແຕ່ວັນທີ 2 – 5 ກຸມພາ ດ້ວຍຫົວຂໍ້: “ອາຊຽນ: ການເດີນທາງໄປຍັງສະຖານທີ່ທ່ອງທ່ຽວທີ່ສຸດຍອດ”. ໃນຂອບເຂດເວທີປາໄສດັ່ງກ່າວ ຈະດຳເນີນຫຼາຍການເຄື່ອນໄຫວສຳຄັນຄື: ກອງປະຊຸມລັດຖະມົນຕີການທ່ອງທ່ຽວ ອາຊຽນ + 3  (ຍີ່ປຸ່ນ, ສ.ເກົາຫຼີ, ຈີນ) ຄັ້ງທີ 22; ກອງປະຊຸມລັດຖະມົນຕີການທ່ອງທ່ຽວ ອາຊຽນ ພ້ອມກັບບັນດາຄູ່ຮ່ວມມື; ພິທີມອບລາງວັນການທ່ອງທ່ຽວ ອາຊຽນ; ກອງປະຊຸມຖະແຫຼງຂ່າວບັນດາລັດຖະມົນຕີການທ່ອງທ່ຽວ ອາຊຽນ ພ້ອມດ້ວຍຫຼາຍກິດຈະກຳອື່ນໆອີກ. ໃນເວທີປາໄສດັ່ງກ່າວ, ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວ, ແນະນຳກ່ຽວກັບສະພາບການພັດທະນາ, ກົນໄກນະໂຍບາຍ, ຜະລິດຕະພັນ, ການທ່ອງທ່ຽວພາຍຫຼັງໂລກລະບາດໂຄວິດ - 19; ການກຳນົດທິດການຕະຫຼາດ, ຜະລິດຕະພັນທີ່ເໝາະສົມກັບສະພາບການໃໝ່; ການໂຄສະນາກ່ຽວກັບຮູບພາບ, ການຢັ້ງຢືນຈຸດຢືນ, ສານຂອງການທ່ອງທ່ຽວ ຫວຽດນາມ ຜ່ານຫົວເລື່ອງ “ຫວຽດນາມ - Timeless Charm” ແລະ ບັ້ນໂຄສະນາ “Live fully in Viet Nam”.


ຕອບກັບ

ຂ່າວ/ບົດ​ອື່ນ