ຫວຽດ​ນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​​ກິດ​ຈະ​ການ​ປົກ​ປ​ັກ​ຮັກ​ສາ​ສັນ​ຕິ​ພາບ ໃນ​ໂລກ

(VOVWORLD) -    ໃນວັນທີ 23 ແລະ ວັນທີ 24 ມິຖຸນາ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 9 ຕາມຮູບການທາງອອນລາຍ ໂດຍທ່ານພົນເອກ Sergey Shoygu ລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ ເປັນປະທານ.
ຫວຽດ​ນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​​ກິດ​ຈະ​ການ​ປົກ​ປ​ັກ​ຮັກ​ສາ​ສັນ​ຕິ​ພາບ ໃນ​ໂລກ - ảnh 1ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງການປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 9 ຕາມຮູບການທາງອອນລາຍ (ພາບ: VOV)

ໃນບົດກ່າວປາໄສທີ່ວາລະປະຊຸມທີ 2 ດ້ວຍຫົວຂໍ້ “ພາກພື້ນ ອາຊີ - ປາຊີຟິກ ໃນສະຖານະການການເມືອງທົ່ວໂລກ”, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງບັນດາກົນໄກຮ່ວມມືຫຼາຍຝ່າຍໃນຂອງພາກພື້ນ; ຢັ້ງຢືນບົດບາດຂອງ ລັດເຊຍ ໃນສົງຄາມໂລກ ຄັ້ງທີ 2 ແລະ ຕີລາຄາສູງບົດບາດປັດຈຸບັນຂອງ ລັດເຊຍ ໃນພາກພື້ນ. ທ່ານລັດຖະມົນຕີ ຟານວັນຢາງ ກໍຢັ້ງຢືນຄືນນະໂຍບາຍປ້ອງກັນຊາດຂອງ ຫວຽດນາມ, ນັ້ນແມ່ນ:

        “ຫວຽດນາມ ສືບຕໍ່ປະຕິບັດນະໂຍບາຍປ້ອງກັນຊາດ ທີ່ມີລັກສະນະສັນຕິພາບ ແລະ ປ້ອງກັນຕົວ; ເດັດດ່ຽວ, ຢຶກໝັ້ນຕໍ່ສູ້ເພື່ອແກ້ໄຂທຸກການຂັດແຍ້ງ ແລະ ຄວາມບໍ່ລົງລອຍກັນ, ໃນນັ້ນ ມີການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ ແລະ ບັນດາຂໍ້ກຳນົດໃນພາກພື້ນທີ່ໄດ້ເຫັນດີເປັນເອກະພາບ; ຕັ້ງໜ້າ, ເປັນເຈົ້າການຮ່ວມມືກັບບັນດາປະເທດ, ໃນນັ້ນ ມີລັດເຊຍ ເພື່ອແນໃສ່ປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ, ເພື່ອຊີວິດຂອງປະຊາຊົນ. ຈາກບັນດາບົດຮຽນຂອງຊາດ, ຫວຽດນາມ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄຸນຄ່າຂອງສັນຕິພາບ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນຂະບວນວິວັດແຫ່ງການປົກປັກຮັກສາສັນຕິພາບ ເພື່ອຜົນປະໂຫຍດຂອງບັນດາປະເທດ”.

 

ຕອບກັບ

ຂ່າວ/ບົດ​ອື່ນ