ຫວຽດ​ນາມ ດຳ​ລົງ​ຕຳ​ແໜ່ງ​ສຳ​ຄັນ​ຢູ່ ສະ​ມາ​ຄົມ​ຕຳຫຼວດ​ບັນ​ດາ​ປະ​ເທດ ອາ​ຊຽນ

(VOVWORLD) -ວັນທີ 11 ມັງກອນ, ຢູ່ສຳນັກງານຂອງຄະນະເລຂາສະມາຄົມຕຳຫຼວດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ASEANAPOL), ກົວລາລຳເປີ, ມາເລເຊຍ ໄດ້ດຳເນີນພິທີມອບຮັບຕຳແໜ່ງ ຫົວໜ້າສູນຕຳຫຼວດ ແລະ ຫົວໜ້າແຜນການ ແລະ ໂຄງການ ຂອງ ASEANAPOL. 
ຫວຽດ​ນາມ ດຳ​ລົງ​ຕຳ​ແໜ່ງ​ສຳ​ຄັນ​ຢູ່ ສະ​ມາ​ຄົມ​ຕຳຫຼວດ​ບັນ​ດາ​ປະ​ເທດ ອາ​ຊຽນ - ảnh 1ພິທີມອບຮັບຕຳແໜ່ງຫົວໜ້າສູນຕຳຫຼວດ ແລະ ຫົວໜ້າແຜນການ ແລະ ໂຄງການ ຂອງ ASEANAPOL (ພາບ: TTXVN)

ນີ້ກໍເປັນຄັ້ງທຳອິດທີ່ນາຍ ແລະ ພົນຕຳຫຼວດຂອງກຳລັງຕໍາຫຼວດປະຊາຊົນ ຫວຽດນາມ ໄດ້ດຳລົງຕຳແໜ່ງສຳຄັນຂອງອົງການຈັດຕັ້ງຕຳຫຼວດສາກົນ ແລະ ພາກພື້ນ, ຕາມນັ້ນແລ້ວ ທ່ານພັນເອກ ຫງວຽນຫືວງອກ, ຮອງຫົວໜ້າຫ້ອງການ ອົງການຕຳຫຼວດສືບສວນກະຊວງຕຳຫຼວດ ຫວຽດນາມ ດຳລົງຕຳແໜ່ງຫົວໜ້າຮັບຜິດຊອບແຜນການ ແລະ ໂຄງການຂອງຄະນະເລຂາ ASEANAPOL. ທ່ານພັນເອກ ຫງວຽນຫືວງອກ ຢັ້ງຢັນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການຮ່ວມມືລວມຂອງກຳລັງຕຳຫຼວດບັນດາປະເທດ ອາຊຽນ, ຮັບປະກັນຄວາມປອດໄພ ແລະ ສັນຕິພາບ ກໍຄືຍົກສູງບົດບາດຂອງກຳລັງຕຳຫຼວດ ຫວຽດນາມ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ໃນພາກພື້ນ ແລະ ຢູ່ເວທີສາກົນ.

        ASEANAPOL ໄດ້ສ້າງຕັ້ງຂຶ້ນເມື່ອປີ 1981, ໂດຍມີການເຂົ້າຮ່ວມຂອງກຳລັງຕຳຫຼວດ 10 ປະເທດສະມາຊິກ ອາຊຽນ.


 

ຕອບກັບ

ຂ່າວ/ບົດ​ອື່ນ