ຫວຽດນາມ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດແຮງງານ

(VOVWORLD) - ຕອນເຊົ້າວັນທີ 13 ກັນຍາ, ທີ່ຮ່າໂນ້ຍ ໄດ້ດຳເນີນພິທີປະກາດເລື່ອງ ຫວຽດນາມ ເຂົ້າຮ່ວມສົນທິສັນຍາເຕັກນິກ 2 ສະບັບຂອງອົງການແຮງງານສາກົນ (ILO) ນັ້ນແມ່ນສົນທິສັນຍາເລກທີ 88 ກ່ຽວກັບການຈັດຕັ້ງບໍລິການ, ວຽກເຮັດງານທຳ ແລະ ສົນທິສັນຍາເລກທີ 159 ກ່ຽວກັບການຟື້ນຟູ ບົດບາດໜ້າທີ່ໃນການແຮງງານ ແລະ ວຽກເຮັດງານທຳໃຫ້ຄົນພິການ. 
ຫວຽດນາມ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດແຮງງານ - ảnh 1 ທ່ານ Chang – Hee Lee ຫົວໜ້າຫ້ອງການ ILO ປະຈຳ ຫວຽດນາມ

ເລື່ອງເຂົ້າຮ່ວມ ແລະ ປະຕິບັດ 2 ສົນທິສັນຍານີ້ ໄດ້ປະກອບສ່ວນສະແດງໃຫ້ເຫັນຄຳໝັ້ນສັນຍາສາກົນຂອງ ຫວຽດນາມ ໃນຂົງເຂດແຮງງານ. ເມື່ອຕີລາຄາກ່ຽວກັບເຫດການນີ້, ທ່ານ Chang – Hee Lee ຫົວໜ້າຫ້ອງການ ILO ປະຈຳ ຫວຽດນາມ ຖືວ່າ:

        “ເລື່ອງເຂົ້າຮ່ວມ 2 ສົນທິສັນຍານີ້ ໄດ້ພິສູດໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການລົບລ້າງການຈຳແນກການປະພຶດ ກໍ່ຄືເພີ່ມທະວີກາລະໂອກາດໃຫ້ຜູ້ອອກແຮງງານທັງໝົດ. ສົນທິສັນຍາ 2 ສະບັບນີ້ ລ້ວນແຕ່ເໝາະສົມກັບສະພາບການປັດຈຸບັນຂອງ ຫວຽດນາມ. ວິວັດການຫັນເສດຖະກິດຂອງ ຫວຽດນາມ ເປັນທັນສະໄໝ ຮຽກຮ້ອງຕ້ອງການສ້າງບັນດາກົນໄກຢ່າງເປັນທາງການ ເພື່ອສາມາດເຊື່ອມຕໍ່ວຽກງານຢ່າງມີປະສິດທິຜົນກ່ວາ.

        ສົນທິສັນຍາເລກທີ 88 ແລະ ສົນທິສັນຍາເລກທີ 159 ຂອງອົງການແຮງງານສາກົນສຳລັບ ຫວຽດນາມ ຈະມີຜົນສັກສິດຕາມລຳດັບໃນເດືອນ ມັງກອນ ແລະ ເດືອນ ມີນາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ