ຫວຽດນາມ ຖືກຈັດເຂົ້າ Top 5 ປະເທດທີ່ມີອາຫານຕາມທ້ອງຖະໜົນແຊບທີ່ສຸດໃນໂລກ

(VOVWORLD) -  ຕາມບົດລາຍງານສໍາຫຼວດສັງຄົມຂອງວາລະສານ CEOWORLD (ອາເມລິກາ) ທີ່ຫາກໍປະກາດໃຫ້ຮູ້ວ່າ ຄຸນນະພາບຂອງອາຫານຕາມທ້ອງຖະໜົນຂອງ ສິງກະໂປແມ່ນຢືນອັນດັບໜຶ່ງໃນຕາຕະລາງຈັດອັນດັບຂອງໂລກ.
ຫວຽດນາມ ຖືກຈັດເຂົ້າ Top 5 ປະເທດທີ່ມີອາຫານຕາມທ້ອງຖະໜົນແຊບທີ່ສຸດໃນໂລກ - ảnh 1 ອາຫານທະເລ ຢູ່ຕາມທ້ອງຖະໜົນ (ພາບ: baotintuc.vn)

ນະຄອນໂຮ່ຈີມິນຂອງຫວຽດນາມ ຢືນອັນດັບທີ 4 ໃນຕາຕະລາງຈັດອັນດັບ. ບົດລາຍງານດັ່ງກ່າວ ໂດຍ ວາລະສານ CEOWORLD ປະຕິບັດໃນຕະຫຼອດໄລຍະ 3 ເດືອນຜ່ານມາ ແມ່ນອີງຕາມບັນດາຕົວເລກ ແລະ ຄໍາເຫັນຕີລາຄາຂອງບໍລິສັດທ່ອງທ່ຽວ 92.000 ແຫ່ງ ພ້ອມດ້ວຍບໍລິສັດໂດຍສານ 14.000 ແຫ່ງ ຢູ່ 86 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ. ຕາມນັ້ນແລ້ວ, ສິງກະໂປຍາດຢືນອັນດັບໜຶ່ງໃນຕາຕະລາງຈັດອັນດັບ 50 ທ້ອງຖິ່ນ ທີ່ມີອາຫານຕາມທ້ອງຖະໜົນແຊບທີ່ສຸດໃນໂລກ. ອັນດັບທີ 2 ແລະ ທີ 3 ແມ່ນ ບາງກອກ (ໄທ) ແລະ ຮົ່ງກົງ (ຈີນ). ນະຄອນໂຮ່ຈີມິນຂອງຫວຽດນາມ ຢືນອັນດັບທີ 4 ແລະ Mumbai  ຂອງ ອິນເດຍ ຢືນອັນດັບ ທີ 5.


ຕອບກັບ

ຂ່າວ/ບົດ​ອື່ນ