ຫວຽດນາມ ທົດ​ລອງ ສັກຢາ​​ວັກ​ຊີ​ນກັນພະຍາດ​ໂຄ​ວິດ - 19 ​​ໃສ່ໜູ

(VOVWORLD) -    ຕາມແຫຼ່ງຂ່າວຈາກຄະນະຊີ້ນໍາວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ແຫ່ງຊາດ ແລ້ວ, ໄລ່ຮອດຕອນ 6 ໂມງຂອງວັນທີ 04 ພຶດສະພາ, ຫວຽດນາມ ຢັ້ງຢືນບໍ່ພົບກໍລະນີຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ.

     ເປັນອັນວ່າ ໃນ 18 ວັນຢ່າງລ່ຽນຕິດ ຫວຽດນາມຢັ້ງຢືນບໍ່ມີກໍລະນີຕິດເຊື້ອໃໝ່ໃນຊຸມຊົນ. ຍອດຈໍານວນຜູ້ຕິດເຊື້ອໄວຣັດ SARS – CoV – 2 ແມ່ນ 271 ກໍລະນີ, ໃນນັ້ນ, ມີ 219 ກໍລະນີ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ຍັງບໍ່ທັນມີກໍລະນີໃດເສຍຊີວິດ.

ຫວຽດນາມ ທົດ​ລອງ ສັກຢາ​​ວັກ​ຊີ​ນກັນພະຍາດ​ໂຄ​ວິດ - 19 ​​ໃສ່ໜູ - ảnh 1 (ພາບປະກອບ: ກະຊວງສາທາລະນະສຸກ)

        ກ່ຽວຂ້ອງເຖິງວຽກງານຄົ້ນຄວ້າວັກຊີນຕ້ານພະຍາດໂຄວິດ - 19 ຢູ່ຫວຽດນາມ, ວັນທີ 03 ພຶດສະພາ, ບໍລິສັດ MTV ວັນຊີນ ແລະ ຢາຊີວະພາບ ເລກ 1 ຈໍາກັດ (VABIOTECH), ກະຊວງສາທາລະນະສຸກ ໄດ້ແຈ້ງໃຫ້ຊາບວ່າ, ໄດ້ເລີ່ມຄົ້ນຄວ້າ, ທົດລອງວັກຊີນ ໂຄວິດ - 19. ປັດຈຸບັນ, ວັກຊີນດັ່ງກ່າວໄດ້ສັກທົດລອງໃສ່ໂຕໜູ ເພື່ອຕີລາຄາຄວາມອາດສາມາດໃນການສ້າງພູມຕ້ານທານໃນຮ່າງກາຍຕ້ານເຊື້ອໄວຣັດ SARS – CoV – 2. ຄາດວ່າ ພາຍຫຼັງ 2 – 3 ອາທິດ ຈະມີຜົນກ່ຽວກັບລະດັບຕ້ານທານ ແລະ ຄວາມປອດໄພ. ທ່ານປະລິນຍາເອກ ໂດ໊ຕ໊ວນດາດ, ຜູ້ອໍານວຍການບໍລິສັດ VABIOTECH ໃຫ້ຮູ້ວ່າ:

        “ນີ້ແມ່ນຂັ້ນຕອນທໍາອິດເພື່ອຕີລາຄາວ່າ ແຊນພູມຕ້ານທານສາມາດສ້າງ ທາດພູມຕ້ານທານໃນຮ່າງກາຍສັດໄດ້ຫຼືບໍ? ນີ້ແມ່ນຂັ້ນຕອນສໍາຄັນທີ່ສຸດ. ຂັ້ນຕອນຕໍ່ໄປ, ຖ້າຫາກສໍາເລັດ, ພວກເຮົາຈະເລືອກເອົາຜູ້ສະໝັກໃຈນັ້ນ ເພື່ອເປັນປະຖົມປັດໄຈສືບຕໍ່ຄົ້ນຄວ້າ, ກໍ່ສ້າງວິວັດການຜະລິດ, ຂອບຂະໜາດຫ້ອງທົດລອງ ແລ້ວຜັນຂະຫຍາຍໃນຂອບຂະໜາດໃຫຍ່ກວ່າ ເພື່ອສາມາດຕີລາຄາຢ່າງເລິກເຊິ່ງກວ່າໃນສັດ ກ່ຽວກັບລັກສະນະຄວາມປອດໄພ ກໍຄືການຕອບສະໜອງຂອງທາດພູມຕ້ານທານ, ຄວາມສາມາດໃນການປ້ອງກັນຂອງ ວັກຊີນ”. 

ຕອບກັບ

ຂ່າວ/ບົດ​ອື່ນ