ຫວຽດນາມ - ນິວຊີແລນ ພ້ອມກັນມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ນິວຊີແລນ ແຕ່ວັນທີ 27 – 29 ພະຈິກ, ຢູ່ນະຄອນຫລວງ Wellington ແລະ ນະຄອນ Auckland, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ນິວຊີແລນ Trevor Mallard, ເຮັດວຽກກັບລັດຖະມົນຕີ ນິວຊີແລນ ບາງທ່ານ, ຢ້ຽມຢາມສະຖານທູດ ຫວຽດນາມ ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ນິວຊີແລນ.
ຫວຽດນາມ - ນິວຊີແລນ ພ້ອມກັນມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1ທ່ານ ຈິ້ງດີງຢຸງ ແລະ ທ່ານ Trevor Mallard (ພາບ:TTXVN)

         ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ Trevor Mallard ເນັ້ນໜັກວ່າ: ໃນສະພາບການໂລກ ແລະ ພາກພື້ນພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຫລາຍຢ່າງ, 2 ປະເທດຕ້ອງສືບຕໍ່ສະໜັບສະໜູນລັດທິຫລາຍຝ່າຍ ແລະ ການຄ້າເສລີ; ທ່ານຢັ້ງຢືນວ່າ ນິວຊີແລນ ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ຄວາມມານະພະຍາຍາມລວມຂອງ ອາຊຽນ ແນໃສ່ຊອກຫາມາດຕະການສົມເຫດສົມຜົນໃຫ້ແກ່ບັນຫາທະເລຕາເວັນອອກ ບົນພື້ນຖານເຄົາລົບກົດໝາຍສາກົນ.

        ສ່ວນທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ປາດຖະໜາວ່າ: ສະພາແຫ່ງຊາດ ນິວຊີແລນ ຈະສືບຕໍ່ສະໜັບສະໜູນ 2 ປະເທດຍູ້ແຮງການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ, ການລົງທຶນ, ກະສິກຳ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ພົວພັນແລກປ່ຽນປະຊາຊົນ…

ຕອບກັບ

ຂ່າວ/ບົດ​ອື່ນ