ຫວຽດ​ນ​າມ ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ສະ​ຖານ​ທີ່​ລົງ​ທຶນ​ດູດດ​ື່ມ​ຢູ່ ອາ​ຊີ​

(VOVWORLD) -ຫວຽດນາມ ໄດ້ລື່ນກາຍບາງປະເທດ ຄື ອິນເດຍ, ຈີນ… ແລະ ໄດ້ກາຍເປັນສະຖານທີ່ດູດດື່ມທີ່ສຸດຢູ່ ອາຊີ ຕໍ່ນັກລົງທຶນຕ່າງປະເທດ. 
ຫວຽດ​ນ​າມ ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ສະ​ຖານ​ທີ່​ລົງ​ທຶນ​ດູດດ​ື່ມ​ຢູ່ ອາ​ຊີ​ - ảnh 1(ພາບປະກອບ: TTXVN)

ນີ້ແມ່ນຄຳຕີລາຄາຂອງ ພາກສ່ວນໄຈ້ແຍກຂໍ້ມູນ (EIU) ສັງກັດວາລະສານ The Economist ຂອງ ອັງກິດ ທີ່ໄດ້ຍົກອອກໃນບົດລາຍງານໜຶ່ງທີ່ໄດ້ເອົາລົງໃນເວັບໄຊ eurasiantimes.com ໃນວັນທີ 14 ມັງກອນ.

        ຕາມບົດລາຍງານຂອງ EIU ແລ້ວ, ບັນດາປັດໄຈທີ່ເຮັດໃຫ້ ຫວຽດນາມ ມີຄວາມດູດດື່ມກວ່າປະເທດອື່ນໆນັ້ນແມ່ນ ຍ້ອນ ຫວຽດນາມ ມີກຳລັງຜັກດັນໃຫ້ວິສາຫະກິດສາກົນມາສ້າງຕັ້ງໂຮງງານຜະລິດຜະລິດຕະພັນເຕັກໂນໂລຢີສູງ, ຄ່າແຮງງານຕ່ຳ ແລະ ນັບມື້ນັບມີຫຼາຍສັນຍາການຄ້າເສລີໄດ້ຮັບການລົງນາມ. ນະໂຍບາຍຕ່າງໆ ໄດ້ຮັບການປັບປຸງໃຫ້ສອດຄ່ອງກັບສະພາບການຕົວຈິງເປັນປະຈຳ. ນອກຈາກນັ້ນ, ສະພາບການດ້ານການເມືອງ - ສັງຄົມ ມີສະຖຽນລະພາບ ແລະໂຄງປະກອບປະຊາກອນ  ໄດ້ຊ່ວຍໃຫ້ ຫວຽດນາມ ມີຄວາມເຊື່ອໝັ້ນຈາກນັກລົງທຶນຕ່າງປະເທດຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ