ຫວຽດ​ນາມ ປະ​ກອບ​​ອຸ​ປະ​ກອນ​ການ​ແພດເຂົ້າ​​ສາງແຮອຸ​ປະ​ກອນ​ການ​ແພດ​ຂອງ ອາ​ຊຽນ ດ້ວຍ​ມູນ​ຄ່າ 5 ລ້ານ USD

(VOVWORLD) -ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39 ໃນອາທິດຈະມາເຖິງນີ້, ການນຳຂັ້ນສູງພາກພື້ນ ຈະປຶກສາຫາລືກ່ຽວກັບ ແລວໄປ - ມາ ຢູ່ ອາຊຽນ ແລະ ຈະນຳໃຊ້ໃບຢັ້ງຢືນສັກວັກຊິນກັນພະຍາດໂຄວິດ - 19 ໃນທົ່ວພາກພື້ນ.
ຫວຽດ​ນາມ ປະ​ກອບ​​ອຸ​ປະ​ກອນ​ການ​ແພດເຂົ້າ​​ສາງແຮອຸ​ປະ​ກອນ​ການ​ແພດ​ຂອງ ອາ​ຊຽນ ດ້ວຍ​ມູນ​ຄ່າ 5 ລ້ານ USD - ảnh 1ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ  (ພາບ: baoquocte.vn)

ໃນການຖະແຫຼງຂ່າວນັດສາມັນຂອງ ກະຊວງການຕ່າງປະເທດ ຫວຽດນາມ ໃນວັນທີ 21 ຕຸລາ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39 ໃນອາທິດຈະມາເຖິງນີ້, ການນຳຂັ້ນສູງພາກພື້ນ ຈະປຶກສາຫາລືກ່ຽວກັບ ແລວໄປ - ມາ ຢູ່ ອາຊຽນ ແລະ ຈະນຳໃຊ້ໃບຢັ້ງຢືນສັກວັກຊິນກັນພະຍາດໂຄວິດ - 19 ໃນທົ່ວພາກພື້ນ. ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ ບັນດາປະເທດ ອາຊຽນ ຈະຜັນຂະຫຍາຍການນຳໃຊ້ເງິນ 10,5 ລ້ານ USD ຈາກກອງທຶນ ອາຊຽນ ຮັບມືກັບໂລກລະບາດໂຄວິດ - 19 ເພື່ອຊື້ວັກຊິນໃຫ້ປະເທດສະມາຊິກ. ດ້ວຍຈິດໃຈເປັນເຈົ້າການ, ຄາດວ່າ ຫວຽດນາມ ຈະປະກາດລາຍການອຸປະກອນການແພດມອບເຂົ້າສາງແຮອຸປະກອນການແພດຂອງ ອາຊຽນ ທີ່ມີມູນຄ່າ 5 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ