ຫວຽດ​ນາມ ປາດ​ຖະ​ໜາ​ວ່າ ບັນ​ດາ​ປະ​ເທດ ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່ ທະ​ເລ​ຕາ​ເວັນ​ອອກ

(VOVWORLD) -ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ອີກຄັ້ງໜຶ່ງໄດ້ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍກ່ຽວກັບອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານຂອງ ຫວຽດນາມ ຢູ່ສອງໝູ່ເກາະເຈື່ອງຊາ ແລະ ຮວ່າງຊາ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງປະຕິບັດຕາມກົດໝາຍສາກົນ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.
ຫວຽດ​ນາມ ປາດ​ຖະ​ໜາ​ວ່າ ບັນ​ດາ​ປະ​ເທດ ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່ ທະ​ເລ​ຕາ​ເວັນ​ອອກ - ảnh 1ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ (ພາບ: baoquocte.vn)
ໃນການຖະແຫຼງຂ່າວຂອງກະຊວງການຕ່າງປະເທດ ທີ່ຖືກດຳເນີນໃນຕອນບ່າຍວັນທີ 25 ກຸມພາ, ຕາມຮູບການທາງອອນລາຍ, ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ອີກຄັ້ງໜຶ່ງໄດ້ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍກ່ຽວກັບອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານຂອງ ຫວຽດນາມ ຢູ່ສອງໝູ່ເກາະເຈື່ອງຊາ ແລະ ຮວ່າງຊາ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງປະຕິບັດຕາມກົດໝາຍສາກົນ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

        ກ່ຽວກັບແຫຼ່ງຂ່າວທີ່ວ່າ, ກຳປັ່ນຕຳຫຼວດທະເລຂອງ ຈີນ ໄດ້ເດີນມາໃກ້ ຮ້ານເຈາະນ້ຳມັນອາຍແກຼດ ຫາຍແທກ 50 – 2  ຂອງ ຫວຽດນາມ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ:

        “ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ພວມຕິດຕາມສະພາບການຜັນແປຢູ່ທະເລຕາເວັນອອກຢ່າງໃກ້ຊິດ ແລະ ປົກປັກຮັກສາອະທິປະໄຕເຂດທະເລຂອງຕົນ. ການເຄື່ອນໄຫວຂອງບັນດາປະເທດ ຢູ່ທະເລຕາເວັນອອກ ຄວນໄດ້ປະຕິບັດຖືກຕ້ອງຕາມຂໍ້ກໍານົດທີ່ກ່ຽວຂ້ອງຂອງກົດໝາຍສາກົນ, ເຄົາລົບອະທິປະໄຕ, ອຳນາດອະທິປະໄຕ, ອຳນາດສານຂອງບັນດາປະເທດຢູ່ເຂດແຄມທະລ ທີ່ໄດ້ກຳນົດໄວ້ໃນ UNCLOS, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ຢູ່ ທະເລຕາເວັນອອກ.”

        ກ່ຽວກັບແຫຼ່ງຂ່າວທີ່ວ່າ ກຳປັ່ນສູ້ຮົບຂອງ ອາເມລິກາ ຈະເຄື່ອນຍ້າຍມາໝູ່ເກາະເຈື່ອງຊາ ແລະ ຮວ່າງຊາ ຂອງ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ: ໂດຍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ແລະ ຂອງ UCLOS 1982, ຫວຽດນາມ ປະຕິບັດບັນດາຂໍ້ກຳນົດຂອງສົນທິສັນຍາສະບັບດັ່ງກ່າວ, ນັບທັງຂໍ້ກຳນົດທີ່ກ່ຽວຂ້ອງເຖິງການເດີນເຮືອ, ການບິນໃນເຂດທະເລຢ່າງສອດຄ່ອງກັບ ສົນທິສັນຍາ. ຫວຽດນາມ ປາດຖະໜາວ່າ ບັນດາປະເທດ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ບົນເນື້ອໃນຈິດໃຈເຄົາລົບກົດໝາຍສາກົນຢູ່ເຂດທະເລຕາເວັນອອກ. /.

ຕອບກັບ

ຂ່າວ/ບົດ​ອື່ນ