ຫວຽດນາມ ຝືກອົບຮົມ, ບຳລຸງສ້າງພະນັກງານເຮັດວຽກງານຂົນຂວາຍປະຊາຊົນໃຫ້ແກ່ ລາວ

(VOVWORLD) -ພາຍຫຼັງຄົ້ນຄວ້າ, ຮ່ຳຮຽນ ແລະ ແລກປ່ຽນບົດຮຽນເປັນເວລາ 14 ວັນ, ຊຸດບຳລຸງສ້າງ, ແລກປ່ຽນບົດຮຽນ ໂດຍບັນດາຄູອາຈານ ໄດ້ແລກປ່ຽນດ້ວຍຫຼາຍຫົວຂໍ້ສຳຄັນ.
ຫວຽດນາມ ຝືກອົບຮົມ, ບຳລຸງສ້າງພະນັກງານເຮັດວຽກງານຂົນຂວາຍປະຊາຊົນໃຫ້ແກ່ ລາວ - ảnh 1(ພິທີອັດຊຸດຝຶກອົບຮົມ)

        ຕອນເຊົ້າວັນທີ 07 ພະຈິກ, ຢູ່ຮ່າໂນ້ຍ, ຄະນະຂົນຂວາຍປະຊາຊົນສູນກາງ ສົມທົບກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຈັດພິທີອັດຊຸດຝຶກອົບຮົມ, ບຳລຸງສ້າງພະນັກງານເຮັດວຽກງານຂົນຂວາຍປະຊາຊົນຂອງຄະນະກຳມະການສູນກາງແນວ ລາວ ສ້າງຊາດ ປີ 2022.

        ພາຍຫຼັງຄົ້ນຄວ້າ, ຮ່ຳຮຽນ ແລະ ແລກປ່ຽນບົດຮຽນເປັນເວລາ 14 ວັນ, ຊຸດບຳລຸງສ້າງ, ແລກປ່ຽນບົດຮຽນ ໂດຍບັນດາຄູອາຈານ ໄດ້ແລກປ່ຽນດ້ວຍຫຼາຍຫົວຂໍ້ສຳຄັນ. ລະອຽດຄື: ວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່; ແນວຄິດ ໂຮ່ຈີມິນ ກ່ຽວກັບວຽກງານຂົນຂວາຍປະຊາຊົນຂອງພັກ; ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ, ບາງຂໍ້ສະເໜີແນະໃຫ້ແກ່ ລາວ…

        ບັນດານັກສຳມະນາກອນກໍ່ໄດ້ໄປທັດສະນະສຶກສາຕົວຈິງ, ຢ້ຽມຊົມຮູບແບບຊົນນະບົດໃໝ່, ຊອກຮູ້ບົດຮຽນກ່ຽວກັບວຽກງານຂົນຂວາຍປະຊາຊົນຢູ່ແຂວງ ແທັງຮວາ ແລະ ເຊີນລາ.

ຕອບກັບ

ຂ່າວ/ບົດ​ອື່ນ