ຫວຽດນາມ ພວມນຳໜ້າໃນການຊຸກຍູ້ວັດທະນະທຳດຳເນີນທຸລະກິດ

(VOVWORLD) - ສາດສະດາຈານ - ປະລິນຍາເອກ Faisal Ahmed, ຫົວໜ້າພະແນກເສດຖະກິດສາກົນຢູ່ມະຫາວິທະຍາໄລຄຸ້ມຄອງ FORE, ແມ່ນໂຮງຮຽນແຖວໜ້າກ່ຽວກັບເສດຖະກິດຢູ່ New Delhi ຖືວ່າ:
ຫວຽດນາມ ພວມນຳໜ້າໃນການຊຸກຍູ້ວັດທະນະທຳດຳເນີນທຸລະກິດ - ảnh 1 (ພາບປະກອບ)

ເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF ASEAN) 2018 ດ້ວຍຫົວຂໍ້ວ່າ “ອາຊຽນ 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳ 4.0” ຈະດຳເນີນແຕ່ວັນທີ 11 – 13 ກັນຍາ ຢູ່ ຫວຽດນາມ, ເຮັດໃຫ້ ຫວຽດນາມ ສາມາດສ້າງຄວາມໄວ້ເນື້ອເຊື່ອໃຈໃນທົ່ວໂລກ ສຳລັບເລື່ອງເປີດກ້ວາງຕະຫລາດຂອງຕົນ, ດຶງດູດແຫຼ່ງເງິນລົງທຶນ ແລະ ປັບປຸງດັດຊະນີເສດຖະກິດ - ສັງຄົມອື່ນ. ສາດສະດາຈານ Ahmed ຖືວ່າ: ເລື່ອງຈັດຕັ້ງ WEF ASEAN 2018, ຫວຽດນາມ ພວມນຳໜ້າໃນການຊຸກຍູ້ວັດທະນະທຳການດຳເນີນທຸລະກິດ ແລະ ໃນບັນດາຄວາມມານະພະຍາຍາມສ້າງວຽກເຮັດງານທຳຢູ່ພາຍໃນ ແລະ ນອກພາກພື້ນ.

        ສາດສະດາຈານ Ahmed ຖືວ່າ: ທີ່ເວທີປາໄສຄັ້ງນີ້, ບັນດາປະເທດ ອາຊຽນ ຄວນສຸມໃສ່ປຶກສາຫາລື 3 ບັນຫາລວມມີ: ຄວາມເຄັ່ງຕຶງທາງດ້ານພູມສາດການເມືອງຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ  ຊຶ່ງເຄີຍແມ່ນກຳລັງຄັດຄ້ານສຳລັບການພັດທະນາແບບຍືນຍົນ; ສົງຄາມການຄ້າພວມເຮັດໃຫ້ສະພາບແວດລ້ອມແຫ່ງການດຳເນີນທຸລະກິດກາຍເປັນເລື່ອງຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະ ກໍ່ໃຫ້ເກີດຄວາມຈຳກັດຕ່າງໆໃຫ້ຫລາຍປະເທດຢູ່ ອາຊຽນ; ເພີ່ມທະວີການໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ (SME) ຢູ່ບັນດາປະເທດ ອາຊຽນ ເພື່ອເຂົ້າຮ່ວມໃນລະບົບມູນຄ່າທົ່ວໂລກ. ເຫດການນີ້ ກໍ່ມີຄວາມໝາຍສຳຄັນຍິ່ງສຳລັບພາກພື້ນ ອາຊຽນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ