ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ມາ​ນະ​ພະ​ຍາ​ຍາມ​ຮັບ​ປ​ະ​ກັນ​ສະ​ຫວັດ​ດີ​ການ, ຄວາມ​ຜາ​ສຸກ​ໃຫ້​ແກ່​ພົນ​ລະ​ເມືອງ ອາ​ຊຽນ

(VOVWORLD) - ກອງປະຊຸມມີການເຂົ້າຮ່ວມຂອງລັດຖະມົນຕີ, ຫົວໜ້າຄະນະຮັບຜິດຊອບຂົງເຂດສະຫວັດດີການສັງຄົມ ແລະ ພັດທະນາຂອງ 10 ປະເທດສະມາຊິກ ອາຊຽນ.
ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ມາ​ນະ​ພະ​ຍາ​ຍາມ​ຮັບ​ປ​ະ​ກັນ​ສະ​ຫວັດ​ດີ​ການ, ຄວາມ​ຜາ​ສຸກ​ໃຫ້​ແກ່​ພົນ​ລະ​ເມືອງ ອາ​ຊຽນ - ảnh 1ພາບປະກອບ

ກອງປະຊຸມແບບທາງໄກລັດຖະມົນຕີ ອາຊຽນ ກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາຄັ້ງທີ 11 ດ້ວຍຫົວຂໍ້ "ຍູ້ແຮງການປະຕິບັດບັນດາຄຳໝັ້ນສັນຍາຂອງ ອາຊຽນ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ຜ່ານການປະສານສົມທົບທາງເພດ ແລະ ເຊື່ອມຕົວເຂົ້າກັບສັງຄົມ“, ໄດ້ດຳເນີນໃນຕອນເຊົ້າວັນທີ 25 ພຶດສະພາ. ກອງປະຊຸມມີການເຂົ້າຮ່ວມຂອງລັດຖະມົນຕີ, ຫົວໜ້າຄະນະຮັບຜິດຊອບຂົງເຂດສະຫວັດດີການສັງຄົມ ແລະ ພັດທະນາຂອງ 10 ປະເທດສະມາຊິກ ອາຊຽນ ແລະ ທ່ານເລຂາທິການໃຫຍ່ ອາຊຽນ ພາຍໃຕ້ການເປັນປະທານຂອງ ມາເລເຊຍ, ປະທານກອງປະຊຸມ. ເຂົ້າຮ່ວມກອງປະຊຸມ, ທ່ານ ເລເຕິນຢຸງ ຫົວໜ້າຄະນະຜູ້ແທນ ຫວຽດນາມ, ຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ເນັ້ນໜັກວ່າ ດ້ວຍກຳລັງແຮງງານຍິງ ບັນລຸ 23,5 ລ້ານຄົນ, ກວມເອົາ 46,5%ກຳລັງແຮງງານໃນທົ່ວປະເທດ, ຫວຽດນາມ ຍາມໃດກໍ່ໃຫ້ຄຳໝັ້ນສັນຍາຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ, ພິເສດແມ່ນໃນຂົງເຂດແຮງງານ ແລະ ວຽກເຮັດງານທຳ. ທ່ານກ່າວວ່າ:

ຫວຽດນາມມີຄວາມປາດຖະໜາຢາກຮ່ວມແຮງຮ່ວມໃຈກັບ ອາຊຽນ ຊຸກຍູ້ ແລະ ສ້າງກອບນິຕິກຳຢ່າງສົມບູນແບບເພື່ອຮັບປະກັນສິດ, ຜົນປະໂຫຍດ ແລະ ການເຂົ້າເຖິງກັບບໍລິການຂອງສັງຄົມໂດຍພື້ນຖານ ໃຫ້ກຸ່ມຜູ້ມີອາຍຸສູງ, ເດັກນ້ອຍ. ຫວຽດນາມ ໃຫ້ຄຳໝັ້ນສັນຍາພ້ອມກັບບັນດາປະເທດ ອາຊຽນ ຊຸກຍູ້ການຍົກສູງຄວາມຮັບຮູ້, ເພີ່ມທະວີການຮ່ວມມືກໍ່ຄືບັນດາຄວາມມານະພະຍາຍາມ ລວມໝູ່ ເພື່ອແນໃສ່ຮັບປະກັນສະຫວັດດີການ, ຄວາມຜາສຸກໃຫ້ແກ່ພົນລະເມືອງ ອາຊຽນໝົດທຸກຄົນ ແລະ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.

ຕອບກັບ

ຂ່າວ/ບົດ​ອື່ນ