ຫວຽດນາມ ພ້ອມກັບບັນດາປະເທດປົກປັກຮັກສາຊັ້ນໂອໂຊນ

(VOVWORLD) -ວັນສາກົນປົກປັກຮັກສາຊັ້ນໂອໂຊນປີນີ້ ເພື່ອແນໃສ່ຍົກໃຫ້ເຫັນຄວາມສຳຄັນຂອງການປົກປັກຮັກສາຊັ້ນໂອໂຊນ
ຫວຽດນາມ ພ້ອມກັບບັນດາປະເທດປົກປັກຮັກສາຊັ້ນໂອໂຊນ - ảnh 1(ພາບປະກອບ: UN)

ວັນທີ 16 ກັນຍາ ແຕ່ລະປີແມ່ນວັນສາກົນປົກປັກຮັກສາຊັ້ນໂອໂຊນ. ດ້ວຍຫົວຂໍ້ວ່າ “ອະນຸສັນຍາ Montreal: ເຮັດໃຫ້ໜ່ວຍໂລກເຢັນລົງ, ການຮັກສາອາຫານ ແລະ ວັກຊິນ”, ວັນສາກົນປົກປັກຮັກສາຊັ້ນໂອໂຊນປີນີ້ ເພື່ອແນໃສ່ຍົກໃຫ້ເຫັນຄວາມສຳຄັນຂອງການປົກປັກຮັກສາຊັ້ນໂອໂຊນ ຊ່ວຍເຮັດໃຫ້ການປ່ຽນແປງຂອງດິນຟ້າອາກາດຊ້າລົງ, ຍົກສູງປະສິດທິຜົນພະລັງງານໃນຂົງເຂດທຳຄວາມເຢັນລົງ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ຮັກສາວັກຊິນ.

ໂດຍຕອບສະໜອງຄຳຮຽກຮ້ອງຂອງອົງການໂອໂຊນ ພາກພື້ນອາຊີ - ປາຊີຟິກ, ເນື່ອງໃນໂອກາດວັນປົກປັກຮັກສາຊັ້ນໂອໂຊນ 16 ກັນຍາ ປີ 2021, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ປຸກລະດົມການເສັງປະດິດແຕ່ງສິລະປະພາຍໃນປະເທດ ແລະ ເຂົ້າຮ່ວມການເສັງພາກພື້ນອາຊີ-ປາຊີຟິກ ດ້ວຍຫົວຂໍ້ວ່າ “ປົກປັກຮັກສາຊັ້ນໂອໂຊນ ເພື່ອປົກປັກຮັກສາດິນຟ້າອາກາດໜ່ວຍໂລກ” ເພື່ອແນໃສ່ຍົກໃຫ້ເຫັນການພົວພັນລະຫວ່າງການປົກປັກຮັກສາຊັ້ນໂອໂຊນ ແລະ ການປ່ຽນແປງຂອງດິນຟ້າອາກາດ, ຮັບຮອງບັນດາຜົນສຳເລັດທີ່ບັນລຸໄດ້ຂອງອະນຸສັນຍາ Montreal ໃນຫຼາຍປີຜ່ານມາ; ຜ່ານນັ້ນຍົກສູງສະຕິຄວາມຮັບຮູ້ ແລະ ຊອກຫາການສະໜັບສະໜູນຊອງປະຊາຄົມ ໃນການຫຼຸດຜ່ອນການນຳໃຊ້ທາດຊະນິດຕ່າງໆເຮັດໃຫ້ຊັ້ນໂອໂຊນຊຸດໂຊມລົງ ແລະ ຄ່ອຍປັດເຂ່ຍບັນດາທາດ HFC.

ຕອບກັບ

ຂ່າວ/ບົດ​ອື່ນ