ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມມານະພະຍາຍາມລວມຂອງສາກົນ

(VOVWORLD) - ວັນທີ 07 ມິຖຸນາ 2019, ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73, ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຢ່າງສູງຈາກບັນດາປະເທດເປັນຈຳນວນຫລວງຫລາຍເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021. 

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີບົດຂຽນດ້ວຍຫົວຂໍ້ວ່າ “ຄູ່ຮ່ວມມືເພື່ອສັນຕິພາບແບບຍືນຍົງ: ຫວຽດນາມ ພ້ອມແລ້ວທີ່ຈະປະກອຍສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມມານະພະຍາຍາມລວມຂອງສາກົນເພື່ອສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາ ແລະ ກ້າວໜ້າ”.

ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມມານະພະຍາຍາມລວມຂອງສາກົນ - ảnh 1 (ພາບປະກອບ/TTXVN)

        ໃນບົດຂຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ເລື່ອງ ຫວຽດນາມ ເປັນຄັ້ງທີ 2 ໃນຮອບເວລາກ່ວາ 10 ປີທີ່ຜ່ານມາໄດ້ຮັບການເລືອກຕັ້ງເປັນສະມາຊິກຂອງອົງການທີ່ມີບົດບາດແຖວໜ້າຂອງສະຫະປະຊາຊາດ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ບໍ່ພຽງແຕ່ແມ່ນການຢັ້ງຢືນຂອງປະຊາຄົມສາກົນສຳລັບທີ່ຕັ້ງບົດບາດຂອງ ຫວຽດນາມ  ໃນການປ່ຽນແປງໃໝ່, ການເຊື່ອມໂຍງສາກົນເທົ່ານັ້ນ ຫາກຍັງແມ່ນຄວາມໄວ້ເນື້ອເຊື່ອໃຈ, ຄວາມມຸ່ງຫວັງຕໍ່ບັນດາການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ສຳລັບສັນຕິພາບ, ຄວາມໝັ້ນຄົງພາກພື້ນ ແລະ ສາກົນໃນຊຸມປີຈະມາເຖິງອີກດ້ວຍ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ສິ່ງດັ່ງກ່າວມີຄວາມໝາຍສຳຄັນພິເສດ ຢັ້ງຢືນຄວາມຖືກຕ້ອງຂອງແນວທາງການຕ່າງປະເທດຂອງພັກກອມມູນິດ ຫວຽດນາມ ກ່ຽວກັບການຍູ້ແຮງ ແລະ ຍົກລະດັບການຕ່າງປະເທດຫລາຍຝ່າຍຮອດປີ 2030, ຕາມນັ້ນແລ້ວ ຫວຽດນາມ “ເປັນເຈົ້າການເຂົ້າຮ່ວມ ແລະ ເສີມຂະຫຍາຍບົດບາດຢູ່ບັນດາອົງການຈັດຕັ້ງຫລາຍຝ່າຍ, ພິເສດແມ່ນ ອາຊຽນ ແລະ ສະຫະປະຊາຊາດ”, ປະກອບສ່ວນຮັກສາ, ປັບປຸງສະພາບແວດລ້ອມແຫ່ງການສັນຕິພາບ, ສະຖຽນລະພາບຮັບໃຊ້ການພັດທະນາປະເທດຊາດ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ຢັ້ງຢືນທີ່ຕັ້ງປະເທດຊາດ ແລະ ຍົກສູງອິດທິພົນຊື່ສຽງຂອງປະເທດຊາດໃນເວທີສາກົນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ດ້ວຍບົດຮຽນໃນອາຍຸການ 2008 – 2009, ຫວຽດນາມ ໄດ້ກຽມພ້ອມ ແລະ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຮັບຜິດຊອບໜ້າທີ່ສຳຄັນເປັນກຳມະການບໍ່ປະຈຳການສະພາຄວາມໝັ້ມຄົງສະຫະປະຊາຊາດອາຍຸການ 2020 – 2021 ໃຫ້ປະສົບຜົນສຳເລັດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ