ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນ, ໜູນຊ່ວຍລາວ ແກ້ໄຂຄວາມຫຍຸ້ງຍາກໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

(VOVWORLD) -ທ່ານຜູ້ປະຈຳການຄະນະເລຂາ ຫວໍວັນເທືອງ ໄດ້ສົ່ງຄຳຢື້ຢາມຖາມຂ່າວ, ແບ່ງເບົາຕໍ່ພັກ, ລັດ ແລະ ປະຊາຊົນລາວ ຍ້ອນບັນດາຜົນເສຍຫຼາຍທີ່ເກີດຈາກໂລກລະບາດໂຄວິດ-19
ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນ, ໜູນຊ່ວຍລາວ ແກ້ໄຂຄວາມຫຍຸ້ງຍາກໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 - ảnh 1ທ່ານ ຫວໍວັນເທືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານເອກອັກຄະລັດຖະທູດລາວ ແສງເພັດ ຮຸ່ງບຸນຍວງ
(ພາບ: TTXVN)

ຕອນບ່າຍວັນທີ 27 ເມສາ, ຢູ່ສຳນັກງານສູນກາງພັກ, ທ່ານ ຫວໍວັນເທືອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ. ຢູ່ທີ່ນີ້, ທ່ານຜູ້ປະຈຳການຄະນະເລຂາ ຫວໍວັນເທືອງ ໄດ້ສົ່ງຄຳຢື້ຢາມຖາມຂ່າວ, ແບ່ງເບົາຕໍ່ພັກ, ລັດ ແລະ ປະຊາຊົນລາວ ຍ້ອນບັນດາຜົນເສຍຫຼາຍທີ່ເກີດຈາກໂລກລະບາດໂຄວິດ-19 ແລະ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ການບໍລິຫານຂອງລັດຖະບານ, ຄວາມສາມັກຄີ, ເປັນເອກະພາບຂອງທັງລະບົບການເມືອງ, ຄວາມເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນທຸກຄົນ, ລາວ ຈະສາມາດສະກັດກັ້ນ, ຈຳກັດການແຜ່ລະບາດຂອງໂລກລະບາດໄດ້, ຮັບປະກັນການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມໃນໂດຍໄວ. ທ່ານ ຫວໍວັນເທືອງ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນ, ໜູນຊ່ວຍໃນເງື່ອນໄຂ, ຄວາມສາມາດຂອງຕົນເພື່ອຊ່ວຍໃຫ້ ລາວ ໃນວິວັດການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ທ່ານ ຫວໍວັນເທືອງ ປາດຖະໜາວ່າ, ທ່ານເອກອັກຄະລັດຖະທູດຈະສືບຕໍ່ເປັນຂົວເຊື່ອມຕໍ່ເພື່ອໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດເພີ່ມທະວີການຮ່ວມມືໃຫ້ນັບມື້ນັບບັນລຸປະສິດທິຜົນກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ