ຫວຽດ​ນາມ - ຟີ​ລິບ​ປິນ ແບ່ງ​ປັນ​ປະ​ສົບ​ການ​ໃນ​ການ​ຈັດ​ຕັ້ງ​ງານ​ມະ​ຫາ​ກຳ​ກິ​ລາ SEA Games

(VOVWORLD) -ວັນທີ 3 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນດຶກເຟິ໊ນ ຮອງຫົວໜ້າກົມຜູ້ຮັບຜິດຊອບກົມໃຫຍ່ກິລາກາຍຍະກຳ ສັງກັດກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Paul Vincent L.Uy, ຜູ້ຕາງໜ້າສະຖານທູດ ຟີລິບປິນ ປະຈຳ ຫວຽດນາມ ຮັບຜິດຊອບກ່ຽວກັບການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດກິລາ, ກາຍຍະກຳ.
ຫວຽດ​ນາມ - ຟີ​ລິບ​ປິນ ແບ່ງ​ປັນ​ປະ​ສົບ​ການ​ໃນ​ການ​ຈັດ​ຕັ້ງ​ງານ​ມະ​ຫາ​ກຳ​ກິ​ລາ SEA Games - ảnh 1ການເຮັດວຽກລະຫວ່າງ ທ່ານ   ເຈິ່ນດຶກເຟິ໊ນ ຮອງຫົວໜ້າກົມຜູ້ຮັບຜິດຊອບກົມໃຫຍ່ກິລາກາຍຍະກຳ ແລະ ທ່ານ Paul Vincent L.Uy, ຜູ້ຕາງໜ້າສະຖານທູດ ຟີລິບປິນ ປະຈຳ ຫວຽດນາມ (ພາບ: ກົມໃຫຍ່ກິລາກາຍຍະກຳ)

        ທີ່ການເຮັດວຽກ, ທ່ານ Paul Vincent L.Uy ມີຄວາມປາດຖະໜາຢາກແບ່ງປັນປະສົບການໃນວຽກງານຈັດຕັ້ງງານມະຫາກຳກິລາ SEA Games ຄັ້ງທີ 30 ຢູ່ຟີລິບປິນ ໃນປີ 2019 ເພື່ອແນໃສ່ໜູນຊ່ວຍວຽກງານກະກຽມໃຫ້ແກ່ SEA Games ຄັ້ງທີ 31 ທີ່ຈະຈັດຂຶ້ນຢູ່ຫວຽດນາມ ໃນປີ 2021.

        ທ່ານ ເຈິ່ນດຶກເຟິ໊ນ ຮອງຫົວໜ້າກົມ ຜູ້ຮັບຜິດຊອບກົມໃຫຍ່ກິລາກາຍຍະກຳ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ເຈດຕະນາດີຂອງ ຟີລິບປິນ ໃນວຽກງານກະກຽມ ແລະ ຈັດຕັ້ງງານມະຫາກຳກິລາຂະໜາດໃຫຍ່ທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ພ້ອມທັງໃຫ້ຮູ້ວ່າ ຄະນະຈັດຕັ້ງຫວຽດນາມ ພວມຢູ່ໃນຂັ້ນຕອນປຶກສາຫາລື, ຄິດໄລ່ຊັ່ງຊາ ເພື່ອນຳເອົາ 4 ປະເພດກິລາເຂົ້າຮ່ວມລາຍການແຂ່ງຂັນ, ຫຼັງຈາກນັ້ນ ຈະຍື່ນສະເໜີຕໍ່ນາຍົກລັດຖະມົນຕີພິຈາລະນາ ແລະ ຕົກລົງກ່ອນເດືອນພະຈິກ 2020./.

 


 

ຕອບກັບ

ຂ່າວ/ບົດ​ອື່ນ