ຫວຽດນາມ ມຸ່ງໄປເຖິງໂລກພັດທະນາແບບຍືນຍົງ

(VOVWORLD) -ໂຄງການດຳເນີນງານ 2030 ເຊິ່ງບັນດາປະເທດສະມາຊິກສະຫະປະຊາຊາດຮັບຮອງເອົາໃນເດືອນ ກັນຍາ 2015 ດ້ວຍຈຸດສຸມແມ່ນ 17 ເປົ້າໝາຍພັດທະນາແບບຍືນຍົງ SDGs.
ຫວຽດນາມ ມຸ່ງໄປເຖິງໂລກພັດທະນາແບບຍືນຍົງ - ảnh 1(ທີ່ກອງປະຊຸມສຳມະນາ)

        ຕອນເຊົ້າວັນທີ 24 ມີນາ, ຢູ່ ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ອົງການຮ່ວມມືສາກົນ ເຢຍລະມັນ GIZ ສົມທົບກັນຈັດກອງປະຊຸມສຳມະນາປຶກສາປະກອບຄຳເຫັນໃສ່ຮ່າງບົດລາຍງານສຳຫຼວດກວດກາແຫ່ງຊາດໂດຍສະໝັກໃຈ (VNR) ກ່ຽວກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ຫວຽດນາມ ປີ2023.

        ໂຄງການດຳເນີນງານ 2030 ເຊິ່ງບັນດາປະເທດສະມາຊິກສະຫະປະຊາຊາດຮັບຮອງເອົາໃນເດືອນ ກັນຍາ 2015 ດ້ວຍຈຸດສຸມແມ່ນ 17 ເປົ້າໝາຍພັດທະນາແບບຍືນຍົງ SDGs. ໃນນັ້ນ, ການສຳຫຼວດກວດກາແຫ່ງຊາດໂດຍສະໝັກໃຈ (VNRs) ກ່ຽວກັບການປະຕິບັດບັນດາເປົ້າໝາຍ SDGs ເຊິ່ງໄດ້ຮັບຖືວ່າແມ່ນກົນໄກເພື່ອຕິດຕາມ ແລະ ຕີລາຄາ. ປີ 2023, ຫວຽດນາມ ສືບຕໍ່ຈົດທະບຽນສະເໜີ VNR ຄັ້ງທີ 2 ພ້ອມກັບ 41 ປະເທດ. ທ່ານສາດສະດາຈານ ເລຫວຽດແອັງ, ຫົວໜ້າກົມວິທະຍາສາດ, ການສຶກສາ, ຊັບພະຍາກອນ ແລະ ສິ່ງແວດລ້ອມ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ເນັ້ນໜັກວ່າ:

        “ຫວຽດນາມ ປາດຖະໜາຢາກແບ່ງປັນບັນດາຜົນງານ, ບາດກ້າວທີ່ບັນລຸໄດ້ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ພ້ອມທັງແບ່ງປັນຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບົດຮຽນໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຍົກອອກການກຳນົດທິດການເຄື່ອນໄຫວຈຸດສຸມໃນໄລຍະທາງທີ່ຍັງເຫຼືອ. ພວກຂ້າພະເຈົ້າຫວັງວ່າ, ບົດລາຍງານດັ່ງກ່າວຂອງ ຫວຽດນາມ ໃນປີ 2023 ສືບຕໍ່ສະໜອງ ຂໍ້ມູນຮອບດ້ານ, ລະອຽດກ່ຽວກັບວິວັດທະນາການປະຕິບັດທັງໝົດ 17 ເປົ້າໝາຍພັດທະນາແບບຍືນຍົງຢູ່ ຫວຽດນາມ ໃຫ້ເພື່ອນມິດສາກົນ. ຜ່ານນັ້ນ, ເປີດກາລະໂອກາດຮ່ວມມື, ແລກປ່ຽນ, ແບ່ງປັນບົດຮຽນໃນໄລຍະຕໍ່ໆໄປ”.

ຕອບກັບ

ຂ່າວ/ບົດ​ອື່ນ