ຫວຽດ​ນາມ ມີ​ນັກ​ກິ​ລາ 2 ຄົນ​ໄດ້​ຮັບ​ການ​ສະ​ເໜີ​ເຂົ້າ​ບັນ​ຊີລາ​ຍ​ຊື່​ນັກ​ກິ​ລາ​ດີ​ເດັ່ນ​ທີ່​ສຸດ SEA Games 31

(VOVWORLD) -ບັນຊີລາຍຊື່ນັກກິລາຍິງ, ຊາຍ ດີເດັ່ນທີ່ສຸດຂອງ SEA Games 31  ຈະໄດ້ຮັບການປະກາດຢູ່ພິທີອັດ SEA Games 31   ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 23 ພຶດສະພາ ຢູ່່ຮ່າໂນ້ຍ.
ຫວຽດ​ນາມ ມີ​ນັກ​ກິ​ລາ 2 ຄົນ​ໄດ້​ຮັບ​ການ​ສະ​ເໜີ​ເຂົ້າ​ບັນ​ຊີລາ​ຍ​ຊື່​ນັກ​ກິ​ລາ​ດີ​ເດັ່ນ​ທີ່​ສຸດ SEA Games 31  - ảnh 1ນັກກິລາຍິງ ປະເພດ ແລ່ນ ແລະ ລາມ ຫງວຽນທິກິມແອນ (ພາບ: TTXVN)

ວັນທີ 22 ພຶດສະພາ, ອະນຸກຳມະການວິຊາການດ້ານເຕັກນິກ SEA Games 31   ໃຫ້ຮູ້ວ່າ ຄັດເລືອກໄດ້ນັກກິລາດີເດັ່ນ 4 ຄົນແມ່ນນັກກິລາດີເດັ່ນທີ່ສຸດຂອງ SEA Games 31. ໃນນັ້ນ, ກິລາ ຫວຽດນາມ ມີ 2 ຄົນ ນັ້ນແມ່ນ ນັກກິລາຊາຍ ປະເພດລອຍນ້ຳ ຫງວຽນຮູຍຮ່ວາງ ແລະ ນັກກິລາຍິງ ປະເພດ ແລ່ນ ແລະ ລາມ ຫງວຽນທິກິມແອນ.ສອງຄົນທີ່ຍັງເຫຼືອແມ່ນນັກກິລາຍິງປະເພດລອຍນ້ຳ (ປະເທດສິງກະໂປ) Jing Wen Quah ແລະ ນັກກິລາຊາຍປະເພດ ແລ່ນ ແລະ ລາມ ຂອງໄທ Joshua Robert Atkinson

ບັນຊີລາຍຊື່ນັກກິລາຍິງ, ຊາຍ ດີເດັ່ນທີ່ສຸດຂອງ SEA Games 31  ຈະໄດ້ຮັບການປະກາດຢູ່ພິທີອັດ SEA Games 31   ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 23 ພຶດສະພາ ຢູ່່ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ