ຫວຽດ​ນາມ ມີຫຼັກ​ໝັ້ນສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແລະ ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ COC

(VOVWORLD) -ໃນການຖະແຫຼງຂ່າວນັດສາມັນ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 01 ຕຸລາ ຢູ່ຮ່າໂນ້ຍ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໄດ້ຢັ້ງຢືນກ່ຽວກັບນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ສຳລັບ 2 ໝູ່ເກາະເຈື່ອງຊາ ແລະ ຮວ່າງຊາ  ພ້ອມທັງຊົມເຊີຍບັນດາປະເທດ ທີ່ໄດ້ແບ່ງປັນທັດສະນະດັ່ງກ່າວກັບ ຫວຽດນາມ.
ຫວຽດ​ນາມ ມີຫຼັກ​ໝັ້ນສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແລະ ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ COC - ảnh 1 ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ (ພາບ: cand.vn)

ເມື່ອສະແດງຄວາມຄິດເຫັນກ່ຽວກັບເລື່ອງ ວັນທີ 16 ກັນຍາ ຜ່ານມາ, ຝລັ່ງ, ເຢຍລະມັນ ແລະ ອັງກິດ ລ້ວນມີສານທາງການທູດກ່ຽວກັບບັນຫາທະເລຕາເວັນອອກ ຍື່ນສະເໜີຕໍ່ ສປຊ, ທ່ານນາງໂຄສົກກະຊວງການຕ່າງປະເທດ ເລທິທູຮັ່ງ ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີ ຂອງ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ ແລະ ໄດ້ສະແດງອອກໃນຫຼາຍໂອກາດທີ່ແຕກຕ່າງກັນ. ທ່ານນາງກ່າວວ່າ:

        “ຫວຽດນາມ ຖືວ່າ ບັນດາປະເທດໄດ້ແບ່ງປັນກ່ຽວກັບຄວາມມຸ່ງມາດປາດຖະໜາ ແລະ ມີເປົ້າໝາຍລວມກ່ຽວກັບການປົກປັກຮັກສາ ແລະ ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ທະເລຕາເວັນອອກ. ເພື່ອປະຕິບັດສິ່ງດັ່ງກ່າວ, ເລື່ອງເຄົາລົບລະບຽບກົດໝາຍຢູ່ທະເລ ແລະ ປະຕິບັດຄວາມຮັບຜິດຊອບຕໍ່ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ຢ່າງຄົບຖ້ວນ ແລະ ມີເຈດຕະນາດີແມ່ນສິ່ງທີ່ຈຳເປັນ. ຫວຽດນາມ ຊົມເຊີຍຫຼັກໝັ້ນຂອງບັນດາປະເທດກ່ຽວກັບບັນຫາທະເລຕາເວັນອອກ ແມ່ນສອດຄ່ອງກັບກົດໝາຍສາກົນ ແລະ ແບ່ງປັນກ່ຽວກັບທັດສະນະທີ່ໄດ້ຍົກອອກໃນຖະແຫຼງການ ຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຜ່ານມາ ແລະ ແຈ້ງການຮ່ວມຂອງ ກອງປະຊຸມ AMM 53 ທີ່ວ່າ: UNCLOS 1982 ແມ່ນກອບນິຕິກຳ ບໍລິຫານທຸກການກະທຳຢູ່ທະເລ ແລະ ມະຫາສະໝຸດ”.

        ພ້ອມກັບບັນດາປະເທດ ອາຊຽນ, ຫວຽດນາມ ປາດຖະໜາວ່າ ບັນດາປະເທດທັງໝົດ, ລວມທັງບັນດາປະເທດຄູ່ຮ່ວມມືຂອງ ອາຊຽນ ຈະມານະພະຍາຍາມປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ ແລະ ແກ້ໄຂບັນດາການຂັດແຍ້ງຜ່ານການເຈລະຈາ ແລະ ສັນຕິວິທີ ຕາມກົດໝາຍສາກົນ, ເພື່ອຜົນປະໂຫຍດລວມຂອງ ພາກພື້ນ ແລະ ສາກົນ. ຫວຽດນາມກໍປາດຖະໜາຢາກ ພ້ອມກັບບັນດາປະເທດທີ່ກ່ຽວຂ້ອງ ເຊື່ອມຕໍ່ການເຈລະຈາ COC ຄືນໃໝ່ເພື່ອມຸ່ງໄປເຖິງການບັນລຸໄດ້ COC ຢ່າງມີຄຸນນະພາບ, ກວມລວມ, ມີປະສິດທິພາບ, ມີປະສິດທິຜົນ ແລະ ສອດຄ່ອງກັບກົດໝາຍສາກົນ ແລະ UNCLOS 1982.


ຕອບກັບ

ຂ່າວ/ບົດ​ອື່ນ