ຫວຽດນາມ ມີແຜນນະໂຍບາຍສ້າງການພົວພັນຄູ່ຮ່ວມມືມີປະສິດທິຜົນ ໃນການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງ ສປຊ

(VOVWORLD) - ວັນທີ 06 ທັນວາ, ທີ່ສຳນັກງານສະຫະປະຊາຊາດ, ໄດ້ດຳເນີນກອງປະຊຸມສົນທະນາດ້ວຍຫົວຂໍ້ “ເພີ່ມທະວີປະສິດທິຜົນແຫ່ງການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ”. 
ຫວຽດນາມ ມີແຜນນະໂຍບາຍສ້າງການພົວພັນຄູ່ຮ່ວມມືມີປະສິດທິຜົນ ໃນການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງ ສປຊ - ảnh 1 ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸຍ, ຜູ້ຕາງໜ້າຂອງ ຫວຽດນາມ ປະຈຳສະຫະປະຊາຊາດ (ພາບ: chinhphu.vn)

ກອງປະຊຸມສຳມະນາໂດຍ ອາເມລິກາ ລິເລີ່ມ, ປະເທດປະທານສະພາຄວາມໝັ້ນຄົງເດືອນ ທັນວາ 2019 ຍົກອອກມາດ້ວຍການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ແລະ ຜູ້ຕາງໜ້າກ່ວາ 100 ປະເທດສະມາຊິກສະຫະປະຊາຊາດ. ຫວຽດນາມ ເປັນປະເທດທີ່ສ້າງການພົວພັນຄູ່ຮ່ວມມືທີ່ມີປະສິດທິຜົນທີ່ສຸດ ໃນການເຄື່ອນໄຫວປົກປັກຮັກສາສັນຕິພາບຢູ່ຄະນະປະຕິບັດງານ ຊູດັງໃຕ້, ຫວຽດນາມ ແບ່ງປັນບົດຮຽນຜັນຂະຫຍາຍການພົວພັນຄູ່ຮ່ວມມືຂອງ ຫວຽດນາມ ກັບບັນດາປະເທດໜູນຊ່ວຍກ່ຽວກັບດ້ານການເງິນ, ບຳລຸງສ້າງ, ພາຫະນະອຸປະກອນ ແລະ ຂົນສົ່ງ, ກໍ່ຄືບັນດາປະເທດຈັດສົ່ງທະຫານໄປຍັງ ຊູດັງໃຕ້, ປະເທດຮັບ ແລະ ບັນດາອົງການຂອງສະຫະປະຊາຊາດໃນການຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ຢູ່ ຊູດັງໃຕ້.

        ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸຍ, ຜູ້ຕາງໜ້າຂອງ ຫວຽດນາມ ປະຈຳສະຫະປະຊາຊາດໃຫ້ຮູ້ວ່າ: ຫວຽດນາມ ມີແຜນນະໂຍບາຍສ້າງການພົວພັນຄູ່ຮ່ວມມືມີປະສິດທິຜົນໃນການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ. ຫວຽດນາມ ເລີ່ມຕົ້ນຈັດສົ່ງກຳລັງປົກປັກຮັກສາສັນຕິພາບນັບແຕ່ປີ 2014. ມາຮອດປັດຈຸບັນ ໄດ້ຈັດສົ່ງນາຍທະຫານເສນາທິການ, ນາຍທະຫານຕິດຕໍ່, ນັກສັງເກດການດ້ານທະຫານ 40 ຄັ້ງໄປປະຕິບັດງານຢູ່ຄະນະປະຕິບັດງານປົກປັກຮັກສາສັນຕິພາບຢູ່ ຊູດັງໃຕ້ ແລະ ສ.ອາຟຣີກາກາງ.

ຕອບກັບ

ຂ່າວ/ບົດ​ອື່ນ