ຫວຽດ​ນາມ ຢັ້ງ​ຢືນ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ ​ກັບ ​ຈີ​ເລ

(VOVWORLD) -ວັນທີ 17 ສິງຫາ, ຢູ່ນະຄອນຫຼວງ Santiago , ທ່ານເອກອັກຄະລັດຖະທູດຫວຽດນາມ ຟານເຈື່ອງຢາງ ໄດ້ຍື່ນສານຕາຕັ້ງ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ໄປຍັງທ່ານປະທານາທິບໍດີ ຈີເລ Sebastian Piñera.

ຫວຽດ​ນາມ ຢັ້ງ​ຢືນ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ ​ກັບ ​ຈີ​ເລ - ảnh 1ທ່ານປະທານາທິບໍດີ ຈີເລ Sebastian Piñera ແລະ ທ່ານເອກອັກຄະລັດຖະທູດຫວຽດນາມ ຟານເຈື່ອງຢາງ
(ພາບ: TTXVN)

ພາຍຫຼັງພິທີຢືນສານຕາຕັ້ງ, ທ່ານປະທານາທິບໍດີ Sebastian Piñera ໄດ້ຢັ້ງຢືນວ່າ ຈີເລ ຖືການພົວພັນທີ່ເປັນມູນເຊື້ອ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືກັບຫວຽດນາມ ເປັນສຳຄັນ, ພິເສດແມ່ນເມື່ອສອງປະເທດໄດ້ເປັນສະມາຊິກຂອງ ສັນຍາຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ທ່ານປະທານາທິບໍດີ Sebastian Piñera ໄດ້ຫວນຄືນບັນດາຄວາມຊົງຈຳກ່ຽວກັບບັນດາການຢ້ຽມຢາມ ຫວຽດນາມ ໃນປີ 2012 ແລະ ບັນດາຄວາມປະທັບໃຈອັນດີງາມ ກ່ຽວກັບປະເທດຊາດ ແລະ ຄວາມຮັກແພງແຂກຄົນ ຂອງຊາວຫວຽດນາມ.

ສ່ວນທ່ານເອກອັກຄະລັດຖະທູດ ຟ້າມເຈື່ອງຢາງ ໄດ້ໃຫ້ຄຳໝັ້ນສັນຍາ ຈະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາການພົວພັນມິດຕະພາບ, ການຮ່ວມມືໃນຫຼາຍດ້ານລະຫວ່າງ ລັດຖະບານ ແລະ ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ