ຫວຽດ​ນາມ ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຜ່ານ​ນິ​ຕິ​ກຳ ສຳ​ລັບ 2 ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ

(VOVWORLD) -ວັນທີ 27 ທັນວາ, ຢູ່ເມືອງ Dakrong, ແຂວງກ໋ວາງຈິ ໄດ້ດຳເນີນງານວາງສະແດງແຜນທີ່ ແລະ ວັດຖຸເອກະສານກ່ຽວກັບຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ - ບັນດາຫຼັກຖານທາງດ້ານປະຫວັດສາດ ແລະ ນິຕິກຳ”.

ຫວຽດ​ນາມ ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຜ່ານ​ນິ​ຕິ​ກຳ ສຳ​ລັບ 2 ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ - ảnh 1ງານວາງສະແດງແຜນທີ່ ແລະ ວັດຖຸເອກະສານກ່ຽວກັບຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ - ບັນດາຫຼັກຖານທາງດ້ານປະຫວັດສາດ ແລະ ນິຕິກຳ” (ພາບ: Baoquocte.vn)

ບັນດາວັດຖຸ, ເອກະສານນີ້ໄດ້ຖືກເກັບກຳຢູ່ພານໃນປະເທດ ແລະ ບັນດາປະເທດໃນໂລກ, ໃນນັ້ນມີ ແມ່ພິມເອກະສານຫຼາຍສະບັບໃນສະໄໝລາຊະວົງຫງວຽນ, ເອກະສານບູຮານ, ເອກະສານໜັງສືຫວຽດເດີມ… ພິເສດ, ງານວາງສະແດງຍັງແນະນຳບັນດາຂໍ້ມູນຂ່າວສານ, ຫຼັກຖານປະຫວັດສາດ ຢັ້ງຢືນອະທິປະໄຕນິຕິກຳຂອງ ຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ພ້ອມທັງ, ຊ່ວຍໃຫ້ເພື່ອນມິດສາກົນ ເຂົ້າໃຈກ່ຽວກັບຄວາມຈິງດ້ານປະຫວັດສາດ, ເຂົ້າໃຈໄດ້ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງ ປະຊາຊົນ ຫວຽດນາມ ໃນການປົກປັກຮັກສາຜືນແຜ່ນດິນ, ທະເລໝູ່ເກາະຂອງ ປະເທດຊາດຢ່າງຄົບຖ້ວນ. ງານວາງສະແດງຄັ້ງນີ້ ຍັງສົມທົບວາງສະແດງບັນດາຮູບຖ່າຍກ່ຽວກັບຜົນງານດ້ານເສດຖະກິດສັງຄົມ ຂອງເມືອງເຂດພູດອຍ Dakrong, ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ